ກຳ​ປັ່ນ​ລຳ​ໜຶ່ງ​ຂອງ​ອິນ​ໂດ​ເນ​ເຊຍ​ຫຼົ້ມ ເປັນ​ເຫດ​ເຮັດ​ໃຫ້ມີ​ຜູ້​ເສຍ​ຊີ​ວິດ 8 ຄົນ
2018-01-02 11:03:48  cri 
ກຳ​ປັ່ນ​ລຳ​ໜຶ່ງ​ຂອງ​ອິນ​ໂດ​ເນ​ເຊຍ​ທີ່​ບັນ​ທຸກ​ຜູ້​ໂດຍ​ສານ 43 ຄົນ​ໄດ້ຫຼົ້ມ​ຢູ່​ແມ່​ນ້ຳ​ເຊ​ຊາ​ຢັບ ແຂວງ​ກາ​ລີ​ມັນ​ຕັນ​ເໜືອ​​ຂອງປະ​ເທດ​ດັ່ງ​ກ່າວ​ໃນ​ຕອນ​ເຊົ້າ​ວັນ​ທີ 1 ມັງ​ກອນ​ນີ້, ເປັນ​ເຫດ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ 8 ຄົນ ແລະ ຫຼາຍ​ຄົນ​ຫາຍ​ສາບ​ສູນ.

ສື່ມວນ​ຊົນ​ທ້ອງ​ຖິ່ນ​ລາຍ​ງານ​ວ່າ, ​ໂດຍ​ຜ່ານ​ຈາກ​ການ​ຊັນ​ນະ​ສູດ​ເບື້ອງ​ຕົ້ນ​ແລ້ວ, ເຈົ້າ​ໜ້າ​ທີ່​ຕຳຫຼວດ​ອິນ​ໂດນ​ເຊຍຍ​ເຫັນ​ວ່າ​ກຳ​ປັ່ນ​ໂດຍ​ສານ​ລຳ​ນີ້​ໄດ້​ຕຳ​ເຄື່ອງ​ທີ່​ລອຍ​ໃນ​ນ້ຳ​ແລ້ວຫຼົ້ມ. ປັດ​ຈຸ​ບັນ ພວມ​ຮ່ວມ​ສື​ບ​ສວນ​ກັບ​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ຕື່ມ​ອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ