ຣັດ​ເຊຍ​ກ່າວ​ວ່າ: ການ​ກະ​ທຳ​ທີ່​ທຳ​ລາຍ​ສະ​ຖາ​ນະ​ການ​ອີ​ຣານ​ຂອງ​ພາຍນອກນັ້ນ ແມ່ນ​ຮັບ​ເອົາ​ບໍ່​ໄດ້
2018-01-02 16:09:54  cri 
    ວັນ​ທີ 29 ທັນ​ວາ 2017 ຜ່ານ​ມາ, ຢູ່​ແຫ່ງ​ຕ່າງໆ​ຂອງ​ອີ​ຣານ ເຊັ່ນ: ເມືອງກູມ ແລະເມືອງ​ມັ​ສ​ຮາດທີ່​ເປັນ​ເມືອງ​ສັກ​ສິດ​ທາງ​ສາ​ສະ​ໜາ​, ອິ​ສ​ເຟ​ຮານ​ທີ່​ເປັນ​ເມືອງ​ທ່ອງ​ທ່ຽວ​ຂອງ​ອີ​ຣານ, ປະ​ຊາ​ຊົນ​ໄດ້ໂຮມ​ກັນ​ຢູ່​ຖະ​ໜົນ​ຫົນ​ທາງ, ຮ້ອງ​ຄຳ​ຂວັນ ແລະ​ຕຳ​ໜິ​ລັດ​ຖະ​ບານ​ອີ​ຣານ ທີ່​ແກ້​ໄຂ​ບັນ​ຫາ​ເສ​ດ​ຖະ​ກິດ​ບໍ່​ແຂງ​ແຮງ. ຕອນ​ບ່າຍ​ວັນ​ທີ 30 ທັນ​ວາ​ຜ່ານ​ມາ, ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ເຕ​ເຮ​ຣານ ແລະ​ເຂດ​ອ້ອມ​ແອ້ມ ກໍ​ໄດ້​ເກີດ​ຂະ​ບວນ​ການ​ປະ​ທ້ວງ. ຂ່າວ​ສານ​ແຮງ​ງານ​ອີ​ຣານ ລາຍ​ງານ​ໃນ​ວັນ​ທີ 31 ທັນ​ວາ​ຜ່ານ​ມາ​ວ່າ, ໃນ​ຂະ​ບວນ​ການ​ປະ​ທ້ວງ​ທີ່​ເກີດ​ຂຶ້ນ​ຢູ່​ພາກ​ຕາ​ເວັນ​ຕົກ, ມີ 2 ຄົນ​ເສຍ​ຊີ​ວິດ, ແຕ່​ຂ່າວ​ດັ່ງ​ກ່າວ ບໍ່​ໄດ້​ຮັບ​ການ​ຢືນ​ຢັນ​ຈາກ​ທາງ​ກາ​ນ​ອີ​ຣານເທື່ອ.

    ກ່ຽວ​ກັບ​ສະ​ຖາ​ນະ​ການ​ອີ​ຣານ, ທ່ານ ໂດ​ນັນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ ກ່າວ​ວ່າ, ປະ​ຊາ​ຊົນ​ອີ​ຣານ​ໄດ້​ຖືກ​ກົດ​ຂີ່ຫຼາຍ​ປີ​ມາ​ແລ້ວ ແລະ ຮອດ​ເວ​ລາ​ປ່ຽນ​ແປງ​ແລ້ວ.

     ແຕ່​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຣັດ​ເຊຍ ໄດ້​ອອກ​ຖະ​ແຫຼງ​ການ​ໃນ​ວັນ​ດັ່ງ​ກ່າວ​ວ່າ, ເຫດ​ການ​​ປະ​ທ້ວງ ແມ່ນ​ວຽກ​ງານ​ພາຍ​ໃນ​ຂອງ​ອີ​ຣານ, ການ​ທີ່​ພາຍນອກ​ແຊກ​ແຊງ​ແລະ​ທຳ​ລາຍ​ສະ​ຖຽນ​ລະ​ພາບ​ນັ້ນ​ແມ່ນ​ຮັບ​ເອົາ​ບໍ່​ໄດ້. ຖະ​ແຫຼງ​ການ​ຍັງ​ເນັ້ນ​ວ່າ, ຫວັງ​ວ່າ​ສະ​ຖາ​ນະ​ການ​ຈະ​ບໍ່​ຂະ​ຫຍາຍ​ຕົວແລະ​ບໍ່​ມີເຫດ​ການ​ໃຊ້​ຄວາມ​ຮຸນ​ແຮງ​ແລະ​ນອງ​ເລືອດ​ແຕ່​ຢ່າງ​ໃດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ