ເຄື່ອງ​ຈັກ​ເບີ 2 ຂອງ​ໂຮງ​ໄຟ​ຟ້າ​ນ້ຳ​ຕົກແມ່​ນ້ຳ​ເຊ​ຊັນ​ກຳ​ປູ​ເຈຍ​ທີ່​ຈີນ​ເຂົ້າ​ຮ່ວມນັ້ນ ເລີ່ມ​ຜະ​ລິດ​ໄຟ​ຟ້າ
2018-01-02 16:12:20  cri 
    ວັນ​ທີ 31 ທັນ​ວາ 2017 ຜ່ານ​ມາ, ໂຄ​ສົກ​ໂຮງ​ໄຟ​ຟ້າ​ນ້ຳ​ຕົກ 2 ຂັ້ນ​ແມ່​ນ້ຳ​ເຊ​ຊັນ​ກຳ​ປູ​ເຈຍ​ຮ​ວາ​ເນີງ​ຈີນ ກ່າວ​ວ່າ, ເຄື່ອງ​ຈັກ​ຜະ​ລິດ​ໄຟ​ຟ້າ​ເບີ 2 ໄດ້​ສຳ​ເລັດ​ການ​ທົດ​ລອງ​ຜະ​ລິດ​ໄຟ​ຟ້າ​ເປັນ​ເວ​ລາ 72 ຊົ່ວ​ໂມງ ແລະ​ໄດ້​ເລີ່ມ​ຜະ​ລິດ​ໄຟ​ຟ້າ​ຢ່າງ​ເປັນ​ທາງ​ການ​ກ່ອນ​ເວ​ລາ​ກຳ​ນົດ.

    ໂຄ​ສົກ​ທ່ານນີ້​ກ່າວ​ວ່າ, ນີ້​ແມ່ນ​ໂຄງ​ການ​ປ່ອງ​ຢ້ຽມ​ທີ່​ສຳ​ຄັນ​ໃນ​ການ​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ແລະ ການ​ສ້າງ​ພະ​ລັງ​ງານ​ກຳ​ປູ​ເຈຍ, ເຊິ່ງ​ເຂື່ອນ​ໄຟ​ຟ້າ​ມີ​ຄວາມ​ຍາວ​ທັງ​ໝົດ 6,5 ກິ​ໂລ​ແມັດ ແລະ​ມີ​ຄວາມ​ສາ​ມາດ​ຜະ​ລິດ​ໄຟ​ຟ້າໄດ້ 4 ແສນ​ກິ​ໂລ​ວັດ​. ຫຼັງ​ຈາກ​ສ້າງ​ສຳ​ເລັດ​ແລ້ວ ຈະ​ສາ​ມາດ​ຜະ​ລິດ​ໄຟ​ຟ້າ​ປະ​ມານ 2 ຕື້​ກິ​ໂລ​ວັດ​ໂມງ​ຕໍ່​ປີ ເຊິ່ງກວມຫຼາຍກວ່າ 1 ສ່ວນ 5 ຂອງ​ຄວາມ​ສາ​ມາດ​ຜະ​ລິດ​ໄຟ​ຟ້າ​ໃນ​ທົ່ວ​ປະ​ເທດ​ກຳ​ປູ​ເຈຍ ແລະ​ຈະ​ເປັນ​ການ​ຄ້ຳ​ຊູ​ດ້ານ​ພະ​ລັງ​ງານ​ຢ່າງ​ແຂງ​ແຮງ​ໃຫ້​ແກ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ກຳ​ປູ​ເຈຍ.

    ຂ່າວ​ແຈ້ງວ່າ, ເຄື່ອງ​ຈັກ​ຕົ້ນ​ຕໍ​ໃນ​ໂຄງ​ການ​ດັ່ງ​ກ່າວ ຜະ​ລິດ​ໂດຍ​ຈີນ. ສ່ວນ​ໂຮງ​ໄຟ​ຟ້ານີ້ ໄດ້​ເລີ່ມກໍ່​ສ້າງ​ໃນ​ເດືອນ​ຕຸ​ລາ​ປີ 2013 ແລະ​ຄາດ​ວ່າ​ຈະ​ບັນ​ລຸ​ເຄື່ອງ​ຈັກ 8 ເຄື່ອງ​ຜະ​ລິດ​ໄຟ​ຟ້າ​ທັງ​ໝົດ​ໃນ​ປີ 2018 ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ