ຄຳ​ອວຍ​ພອນ​ປີ​ໃໝ່​ຂອງ​ທ່ານ ປະ​ທານ ສີ​ຈິ້ນ​ຜິງ ໄດ້​ສົ່ງ​ສຽງ​ແຫ່ງ​ການ​ພັດ​ທະ​ນາ​ໂດຍ​ສັນ​ຕິ​ທີ່​ເຂັ້ມ​ແຂງ​ຕໍ່​ໂລກ
2018-01-03 16:25:45  cri 
ວັນ​ທີ 1 ມັງ​ກອນ​ນີ້, ທ່ານ ລີວ​ເຈີ້ນ​ມິນ ຮອງ​ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ກ່າວ​ວ່າ: ຄຳ​ອວຍ​ພອນ​ປີ​ໃໝ່​ຂອງ​ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນເປັນ​ການ​ສົ່ງ​ສຽງ​ແຫ່ງ​ການ​ພັດ​ທະ​ນາ​ໂດຍ​ສັນ​ຕິ​ທີ່​ເຂັ້ມ​ແຂງ​ຂອງ​ຈີນ​ຕໍ່​ໂລກ​ອີກ​ຄັ້ງ​ໃໝ່ ເຮັດ​ໃຫ້​ຄົນ​ກຳ​ລັງ​ໃຈ​ຫຼາຍ​ຂຶ້ນ.

ທ່ານ ລີວ​ເຈີ້ນມິນ ກ່າວ​ວ່າ: ປີ 2017, ການ​ປະ​ກອບ​ສ່ວນ​ຂອງ​ຈີນ​ໃນ​ການ​ຄຸ້ມ​ຄອງ​ທົ່ວ​ໂລກ​ໄດ້ເພີ່ມ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ ໂດ​ຍ​ສະ​ເພາະແມ່ນ​ບົດ​ບາດ​ນຳ​ພາ​ໃນ​ຂົງ​ເຂດ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ,ລຶບ​ລ້າງຄວາມ​ທຸກ​ຍາກ,ການ​ຮ່ວມ​ມື​ໃຕ້-ໃຕ້​ແລະ​ຂົງ​ເຂດ​ອື່ນໆ. "ການ​ສ້າງ​ປະ​ຊາ​ຄົມ​ຮ່ວມຊາ​ຕາ​ກຳ​ມວນ​ມະ​ນຸດ" "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ແລະ​ທັດ​ສະ​ນະ​ຄະ​ຕິ​ອື່ນໆ​ລ້ວນ​ແຕ່​ໄດ້​ຖືກ​ບັນ​ທຶກເຂົ້າ​ໃນ​ເອ​ກະ​ສານ​ມະ​ຕິ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ.

ທ່ານ ລີວ​ເຈີ້ນ​ມິນ ກ່າວ​ວ່າ: ຮອດ​ປີ 2020, ປະ​ຊາ​ກອນ​ຜູ້​ທຸກ​ຍາກ​ຢູ່​ໃນ​ຊົນ​ນະ​ບົດ​ຕາມ​ມາດ​ຕະ​ຖານ​ໃນ​ປັດ​ຈຸ​ບັນ​ຂອງ​ຈີນ​ຈະ​ບັນ​ລຸ​ການ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ ເຊິ່ງຈະ​ເປັນ​ການ​ປະ​ກອບ​ສ່ວນ​ທີ່​ຍິ່ງ​ໃຫຍ່​ຂອງ​ຈີນ​ຕໍ່​ຄວາມ​ກ້າວ​ໜ້າ​ຂອງມວນ​ມະ​ນຸດ,ແມ່ນ​ແບບ​ຢ່າງ​​ທົ່ວ​ໂລກ​ໃນ​ການ​ບັນ​ລຸ​ເປົ້າ​ໝາຍ​ແຫ່ງ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ປີ 2030 ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ