ມີ​ 36 ຄົນ​ເສຍ​ຊີ​ວິດ​ໃນອຸ​ບັດ​ເຫດ​ລົດ​ໂດຍ​ສານ​ຕົກ​ເຫວ​ຢູ່​ເປ​ຣູ
2018-01-03 16:27:27  cri 
ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ເປ​ຣູເປີດ​ເຜີຍ​ໃນ​ວັນ​ທີ 2 ມັງ​ກອນ​ນີ້​ວ່າ: ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ໃນອຸ​ບັດ​ເຫດ​ລົດ​ໂດຍ​ສານ​ຕົກ​ເຫວ​ທີ່​ເກີດ​ຂຶ້ນ​ຢູ່ໃກ້​ກັບ​ນະ​ຄອນ​ຫຼວງ​ລີ​ມາໃນ​ມື້​ດັ່ງ​ກ່າວ​ໄດ້​ເພີ່ມ​ຂຶ້ນ​ເປັນ 36 ຄົນ.

ໃນ​ຕອນ​ເຊົ້າ​ມື້​ດັ່ງ​ກ່າວ, ລົດ​ໂດຍ​ສານ​ທີ່​ບັນ​ທຸກ​ຜູ້​ໂດຍ​ສານ 50 ກວ່າຄົນ​ຄັນ​ໜຶ່ງ​ໄດ້​ຕຳ​ກັບ​ລົດ​ບັນ​ທຸກ​​ຢູ່​ທາງໂຄ້ງ​ແຫ່ງ​ໜຶ່ງ​ທີ່​ຖືກ​ເອີ້ນ​ວ່າ "ທາງ​ໂຄ້ງ​ມໍ​ລະ​ນະ"ໃນ​ຂະ​ນະ​ທີ່​ແລ່ນ​ໄປ​ນະ​ຄອນ​ຫຼວງ​ລີ​ມາ ແລ້ວ​ຕົກ​ເຫວ​ເລິກ 100 ແມັດ. ລັດ​ຖະ​ບານ​ເປ​ຣູ​ໄ​ດ້​ສົ່ງເຈົ້າ​ໜ້າ​ທີ່​ກູ້​ໄພ​ໄປ​ກອບ​ກູ້​ແລ້ວ. ປັດ​ຈຸ​ບັນ, ເຈົ້າ​ໜ້​ທີ່​ກຳ​ລັງ​ສືບ​ສວນ​ຫາ​ສາ​ເຫດ​ໃນ​ການ​ເກີດ​ອຸ​ບັດ​ເຫດ​ຄັ້ງ​ນີ້.

ເປ​ຣູ​ເຄີຍ​ໄດ້​ຖືກ​ອົງ​ການ​ອະ​ນາ​ໄມ​ໂລກ​ຈັດ​ເປັນ​ໜຶ່ງ​ໃນ​ປະ​ເທດ​ທີ່​ມີ​ອັດ​ຕາ​ການ​ເສຍ​ຊີ​ວິດຍ້ອນອຸ​ບັດ​ເຫດ​ທາງ​ດ້ານ​ການ​ຄົມ​ມະ​ນາ​ຄົມ​ທີ່​ສູງ​ທີ່​ສຸດ​ຢູ່​ໃນ​ໂລກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ