ກະ​ຮອກທີ່​ເປັນ​ "ຂີ້​ລັກ" ມອບ​ໂຕ(ວິ​ດີ​ໂອ)
2018-01-03 16:42:47  cri 

 

ຢູ່​ບ​ຣອກ​ໂພດ​ແຫ່ງ​ນິວຢອກ​ສະ​ຫະ​ລັດ​ອາ​ເມ​ລິ​ກາ, ກະ​ຮອກ​ໂຕ​ໜຶ່ງ​ໄດ້​ລ່ວງ​ເຂົ້າ​ຫ້ອງ​ຄົວ​ຂອງ​ຄອບ​ຄົວ​ໜຶ່ງ.ກະ​ຮອກ​ໂຕນີ້ ວ່ອງ​ໄວຫຼາຍ ແລະ​ລັກ​ກິນ​ອາ​ຫານ​ຊະ​ນິດ​ຕ່າງໆ​ຢ່າງ​ແຊບ​ນົວ, ແຕ່​ເຈົ້າ​ຂອງ​ເຮືອນ​ຊ້ຳ​ພັດ​ຈັບ​ມັນ​ບໍ່​ໄດ້.ດ້ວຍ​ເຫດນີ້, ເຈົ້າ​ຂອງ​ເຮືອນ​ຈຶ່ງ​ໄປ​ລາຍ​ງານ​ໃຫ້​ຕຳຫຼວດ​ມາ​ຈັບ "ຂີ້​ລັກ" ໂຕນີ້.ຫຼັ​ງ​ຈາກ​ຕຳຫຼວດ​ມາ​ຮອດ, ທຸກ​ສິ່ງ​ທຸກ​ຢ່າງ​ກໍ​ປ່ຽນ​ແປງ, ອາດ​ຈະ​ຍ້ອນ​ວ່າ​​ຢ້ານ​ກົວ​ຕໍ່​ບັນ​ຍາ​ກາດ​ຂອງ​ຕຳຫຼວດ,ທັນ​ໃດ​ນັ້ນ, ກະ​ຮອກ​ໂຕນັ້ນ​ໄດ້​ໂດດໃສ່​ໜ້າ​ເອິກ​ຂອງ​ຕຳຫຼວດ​ເລີຍ, ເຮັດ​ໃຫ້​ຕຳຫຼວດ​ຫົວ​ຮ່າໆແລ້ວ​ພາ "ຂີ້​ລັກ" ທີ່ມອບ​ໂຕ​ໂຕນີ້​ກັບ​ຄືນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ