ສະຫະພັນ​​ເສດຖະກິດ​ເອີຣົບອາຊີ​ເລີ່​ມປະຕິບັດ​ກົດໝາຍ​ດ່ານພາສີ​ໃໝ່
2018-01-03 14:39:59  cri 
ກົດໝາຍ​ດ່ານພາສີ​ໃໝ່​ຂອງ​ສະຫະພັນ​ເສ​ດຖະກິດ​ເອີຣົບອາຊີ​ມີ​ຜົນ​ບັງຄັບ​ໃຊ້​​ແຕ່​ວັນ​ທີ 1 ມັງກອນ​ນີ້​ເປັນ​ຕົ້ນ​ໄປ ​ທີ່​ເອົາ​ໃຈ​ໃສ່​ນຳ​ເຂົ້າ​ເຕັກນິກ​ດີ​ຈີ​ຕອນ, ​ໃຫ້​ທຳນຽມ​ຜ່ານ​ດ່ານ​ພາສີ​ຂອງ​ປະ​ເທດ​ສະ​ມາ​ຊິກ​ງ່າຍຂຶ້ນ ​ແລະ​ກະຕຸກ​ຊຸກຍູ້ການ​ສົ່ງ​ອອກ.

ຄະນະ​ກຳມະການ​ເສດຖະກິດ​ເອີຣົບອາຊີ​ທີ່​ເປັນ​ອົງການ​ສິດ​ອຳນາດ​ສູງ​ສຸດ​ຂອງ​ສະຫະພັນ​ເສດຖະກິດ​ເອີຣົບອາຊີ​​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ: ກົດໝາຍ​ດັ່ງກ່າວ​ຈະ​ກາຍ​ເປັນ​ໜຶ່ງ​ໃນ​ບັນດາ​ກົດໝາຍ​ພື້ນຖານ​ທີ່​ສຳຄັນ​ຕ່າງໆຂອງ​ສະຫະພັນ​ເສດຖະກິດ​ເອີຣົບອາຊີ ​ເພື່ອ​ຍົກ​ສູງ​ລະດັບຄວາມ​ເປັນ​ລະບຽບ​ແບບ​ແຜນ ​ແລະ​ເປັນ​ເອກະພາບ​ກັນ​ໃນ​ຂົງ​ເຂດ​​ໄກ່​ເກ່ຍດ່ານ​ພາສີ​ລະຫວ່າງບັນດາ​ປະ​ເທດ​ສະມາຊິກ. ພື້ນຖານ​ຂອງ​ກົດໝາຍ​ນີ້​ແມ່ນຂ້າມ​ຜ່ານ​ຕໍ່ການ​ແຈ້ງ​ຜ່ານ​ດ່ານ​ພາສີ​ແບບ​ເອ​ເລັກ​ໂຕຣນິກ, ຂ້າມ​ຜ່ານ​ຕໍ່ "ການ​ບໍ​ລິການ​ປະຕູດຽວ", ປັບ​ປຸງ​ເງື່ອນ​ໄຂ​ຂອງການ​ເຄື່ອນ​ໄຫວເສດຖະກິດ​ຕໍ່ຕ່າງປະ​ເທດ ​ແລະ​ກະຕຸກ​ຊຸກຍູ້​ການ​ສົ່ງ​ອອກ.
ຕາມສັນຍາ​ແລ້ວ, ການ​ສ້າງກົດໝາຍດ່ານ​ພາສີ​ຂອງ​ບັນ​ດາ​ປະ​ເທດ​ສະມາ​ຊິກ​ຕ້ອງ​ເຊື່ອມ​ຈອດ​ກັນກັບ​ກົດໝາຍດ່ານ​ພາສີ​ໃໝ່​ດັ່ງກ່າວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ