ມູນ​ຄ່າ​ຄ້າຂາຍ​ທາງUnionpay​ໃນ​ໄລ​ຍະພັກ​ບຸນປີ​ໃໝ່​ສາກົນບັນລຸ​ເຖິງ 700 ຕື້​ຢວນ
2018-01-03 16:54:36  cri 
ວັນ​ທີ 2 ມັງກອນ​ນີ້, Unionpayຈີນ​​ເປີດ​ເຜີຍ​ມູນ​ຄ່າ​ຄ້າຂາຍ​ທາງUnionpay​ໃນ​ໄລ​ຍະພັກ​ບຸນປີ​ໃໝ່​ສາກົນ​ບັນລຸ​ເຖິງ 700,8 ຕື້​ຢວນ ​ເພີ່ມ​ຂຶ້ນ 36,8% ທຽບ​ໃສ່​ໄລຍະ​ດຽວ​ກັນຂອງ​ປີຜ່ານມາ ​ເຊິ່ງສ້າງ​ສະຖິຕິ​ໃໝ່.
ການ​ຊື້​ສິນຄ້າ ​ແລະ​ອາຫານ​ແມ່ນ​ການ​ບໍລິ​ໂພ​ກ​ຕົ້ນຕໍ​​ໃນ​ໄລຍະພັກ​ບຸນປີ​ໃໝ່​ສາກົນ, ມູນ​ຄ່າ​ບໍລິ​ໂພ​ກທັງ​ໝົດ​ເພີ່ມ​ຂຶ້ນ 41,9% ທຽບ​ໃສ່​ໄລຍະ​ດຽວ​ກັນຂອງ​ປີຜ່ານ​ມາ. ຂໍ້​ມູນ​ຂອງUnionpayຊີ້​ໃຫ້​ເຫັນ​ວ່າ: ​ໃນ​ວັນພັກ​ບຸນປີ​ໃໝ່​ສາກົນ, ມູນ​ຄ່າບໍລິ​ໂພ​ກດ້ານ​ການ​ກິນ​ດື່ມພາຍ​ໃນ​ປະ​ເທ​ດ​ເພີ່ມ​ຂຶ້ນ 70%; ມູນ​ຄ່າ​ບໍລະ​ໂພ​ກການຄົມມະນາຄົມ ​ເຊັ່ນ ການ​ບິນ, ລົດ​ໄຟ, ລົດ​ເມ ​ແລະ​ອື່ນໆ​ເພີ່ມ​ຂຶ້ 43,6%; ​ແລະມູນ​ຄ່າ​​ໃນ​ການ​ໃຊ້ຈ່າຍ​ຄ່ານ້ຳມັນ​ເພີ່ມ​ຂຶ້ນ 48,1%.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ