ໂທ​ລະ​ສັບ​ມື​ຖື​ສະ​ມາດ​ຈີນ​ໄດ້​ຂາຍ​ດີ​ຢູ່​ຕະຫຼາດ​ອິນ​ເດຍ
2018-01-03 10:15:10  cri 
ຂໍ້​ມູນຫຼ້າ​ສຸດ​ຂອງ​ອິນ​ເດຍ​ສະ​ແດງ​ໃຫ້​ເຫັນ​ວ່າ, ໃນ​ສົກ​ການ​ເງິນ 2016 – 2017 ທີ່​ສິ້ນ​ສຸດ​ລົງ​ໃນ​ທ້າຍ​ເດືອນ​ມີ​ນາ​ປີ 2017, ຍອດ​ມູ​ນ​ຄ່າ​ຈຳ​ໜ່າຍໂທ​ລະ​ສັບ​ມື​ຖື​ສະ​ມາດ 3 ຍີ່​ຫໍ້​ດັງ​ຂອງ​ຈີນ ຄື, XIAOMI, VIVO ແລະ OPPO ​ໃນ​ຕະຫຼາດ​ອິນ​ເດຍໄດ້​ເພີ່ມ​ຂຶ້ນ​ເປັນ 225 ຕື້ 270 ລ້ານ​ລູ​ບີ, ເທົ່າ​ກັບ 3 ຕື້ 548 ລ້ານ​ໂດ​ລາ ເຊິ່ງ​ໄດ້​ມີ​ມາດ​ຕາ​ສ່ວນ​ເພີ່ມ​ຂຶ້ນ​ໃນ​ຕະຫຼາດ​ອິນ​ເດຍ.

ນັກ​ວິ​ເຄາະ​ເຫັນ​ວ່າ, ວິ​ສາ​ຫະ​ກິດ​ຜະ​ລິດ​ມື​ຖື​ອິນ​ເດຍ​ບໍ່​​ສາ​ມາດ​ຜະ​ລິດ​ໂທ​ລະ​ສັບ​ມື​ຖື​ລະ​ບົບ 4G ແມ່ນ​ສາ​ເຫດ​ຕົ້ນ​ຕໍ​ທີ່​​ເຮັດ​ໃຫ້ເສຍ​ໂກ​ຕາ​ໃນ​ຕະຫຼາດ​ຂອງ​ປະ​ເທດ​ຕົນ.

ນັກ​ວິ​ເຄາ​ະ​ເຫັນ​ວ່າ, ຍີ່​ຫໍ້​ຕ່າງໆ​ຂອງ​ຈີນ​ເອົາ​ໃຈ​ໃສ່​ການ​ຄົ້ນ​ຄວ້າ​ຜະ​ລິດ​ມື​ຖື​ລະ​ດັບ​ສູງ​ທີ່​ແນ​ໃສ່​ກຸ່ມ​ຄົນ​ໃດ​ໜຶ່ງ​ເປັນ​ພິ​ເສດ ແລະ ມີ​ລາ​ຄາ​ຖືກ ທັງ​ໄດ້​ລົງ​ທຶນ​ໃນ​ຊ່ອງ​ທາງ​ຈຳ​ໜ່າຍ​ຢ່າງຫຼວງຫຼາຍ. ດັ່ງ​ນັ້ນ, ຈິ່ງ​ເຮັດ​ໃຫ້​ໂກ​ຕາ​ຂອງ​ໂທ​ລະ​ສັບ​ມື​ຖື​ຂອງ​ຈີນ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງໃນ​ປະ​ເທດ​ອິນ​ເດຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ