ເຂົ້າ​ສານ​ຂອງ​ກຳ​ປູ​ເຈຍ​ສົ່ງ​ມາ​ຈີນ​ໄດ້​ກວມ 30% ຂອງຍອດ​ປະ​ລິ​ມານ​ສົ່ງ​ອອກ​​ທັງ​ໝົດ
2018-01-03 10:16:48  cri 
ຍອດ​ປະ​ລິ​ມານ​ສົ່ງ​ອອກ​ເຂົ້າ​ສານ​ຂອງ​ກຳ​ປູ​ເຈຍ​ໃນ​ປີ 2017 ມີຫຼາຍກວ່າ 6 ແສນ 3 ໝື່ນ​ໂຕນ ເຊິ່ງ​ໃນ​ນັ້ນ ມີ 30% ສົ່ງ​ໃຫ້ປະ​ເທດ​ຈີນ.

ເຈົ້າ​ໜ້າ​ທີ່​ຫ້ອງ​ການ​ສົ່ງ​ອອກ​ເຂົ້າ​ສານ​ກະ​ຊວງ​ກະ​ສິ​ກຳ, ປ່າ​ໄມ້ ແລະ ກາ​ນ​ປະ​ມົງ​ກຳ​ປູ​ເຈຍ​ໄດ້ເປີດ​ເຜີ​ຍ​ບົດ​ລາຍ​ງານ​ໃນ​ວັນ​ທີ 2 ມັງ​ກອນ​ນີ້​ວ່າ, ປີ​ຜ່ານ​ມາ​ກຳ​ປູ​ເຈຍ​ໄດ້​ສົ່ງ​ອອກ​ເຂົ້າ​ສານຫຼາຍກວ່າ 6 ແສນ 3 ໝື່ນ​ໂຕນ ແລະ ເພີ່ມ​ຂຶ້ນຫຼາຍກວ່າ​ປີ 2016 ນັ້ນ 17,3%. ໃນ 70 ກວ່າ​ປະ​ເທດ ທີ່​ກຳ​ປູ​ເຈຍ​ສົ່ງ​ອອກ​ນັ້ນ, ຈີນ​ແມ່ນ​ຕະຫຼາດ​ສົ່ງ​ອອກ​ໃຫຍ່​ທີ່​ສຸດ​ສຳ​ລັບ​ກຳ​ປູ​ເຈຍ ແລະ ກວມ 30% ຂອງຍອດ​ປະ​ລິ​ມານ​ການສົ່ງ​ອອກທັງ​ໝົດ.

ບົດ​ລາຍ​ງານ​ດັ່ງ​ກ່າວ​ຍັງ​ສະ​ແດງ​ໃຫ້​ເຫັນ​ວ່າ, ປັດ​ຈຸ​ບັນ, ກຳ​ປູ​ເຈຍ​ມີ 80 ກວ່າ​ບໍ​ລິ​ສັດ​ໄດ້​ສົ່ງ​ອອກ​ເຂົ້າ​ສານ​ໄປ​ 70 ກວ່າ​ປະ​ເທດ ແລະ ເຂດ​ແຄວ້ນ​ໃນ​ທົ່ວ​ໂລກ ເຊິ່ງ​ໃນ​ນັ້ນ, ຈີນ, ສະ​ຫະ​ພາ​ບ​ເອີ​ລົບ ແລະ ບັນ​ດາ​ປະ​ເທດ​ໃນ​ອາ​ຊຽນ ເປັນ​ຕະຫຼາດ​ສົ່ງ​ອອກ​ຕົ້ນ​ຕໍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ