ນາ​ຍົກ​ສີ​ລັງ​ກາ​ກວດ​ກາ​ໂຄງ​ການ​ຮ່ວມ​ມື​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ"
2018-01-03 11:01:08  cri 
ວັນ​ທີ 2 ມັງ​ກອນ​ນີ້, ທ່ານ​ຣາ​ນິວ ວິກ​ເຣ​ມ​ຊິງ​ ນາ​ຍົກ​ລັດ​ຖະ​ມົນ​ຕີ​ສີ​ລັງ​ກາ​ໄດ້​ກວດ​ກາໂຄງ​ການ​ຕົວ​ເມືອງ​ທ່າ​ກຳ​ປັ່ນ​ໂກ​ລົມ​ໂບ ທີ່​ບໍ​ລິ​ສັດ​ຈີນ ແລະ ສີ​ລັງ​ກາ​ຮ່ວມ​ກັນ​ພັດ​ທະ​ນາ ໂດຍ​ກ່າວ​ວ່າ, ຕົວ​ເມືອງ​ດັ່ງ​ກ່າວ​ຈະ​ກາຍ​ເປັນ​ແບບ​ຢ່າງ​ທີ່​ດີ ແລະ​ ຂອບ​ໃຈ​ບໍ​ລິ​ສັດ​ຈີນ​ທີ່​ໄດ້​ທຳ​ຄວາມ​ພະ​ຍ​າມ​ເພື່ອ​ສ້າງ​ຕົວ​ເມືອງ​ດັ່ງ​ກ່າວ.

ທ່ານ​ວິກ​ເຣ​ມ​ຊິງ​​ກ່າວ​ວ່າ, ຕົວ​ເມືອງ​ທ່າ​ກຳ​ປັ່ນ​ໂກ​ລົມ​ໂບ​ສ້າງ​ຕາມ​ມາດ​ຕະ​ຖານ​ສາ​ກົນ ເຊິ່ງ​ຈະ​ເຮັດ​ໃຫ້​ສີ​ລັງ​ກາ​ກາຍ​ເປັນ​ໃຈ​ກາງ​ໃນ​ພາກ​ພື້ນ​ມະ​ຫາ​ສະ​ໝຸດ​ອິນ​ເດຍ.

ໂຄງ​ການ​ຕົວ​ເມືອງ​ທ່າ​ກຳ​ປັ່ນ​ໂກ​ລົມ​ໂບ​ຕັ້ງ​ຢູ່​​ສູນ​ທຸ​ລະ​ກິດ​ໃຈ​ກາງ​ເມືອງ​ໂກ​ລົມ​ໂບ, ເລີ່ມ​ລົງ​ມື​ກໍ່​ສ້າງ​ໃນ​ເດືອນ​ກັນ​ຍາ​ປີ 2014 ແລະ ເປັນ​ໂຄງ​ການ​ສຳ​ຄັນ​ຂອງ​ສີ​ລັງ​ກາ​ໃນ​ການ​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ".
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ