ສ.ເກົາຫຼີ​ຍິນ​ດີ​ຕ້ອນ​ຮັບ​ສ​ປ​ປ​ເກົາຫຼີ​ເຂົ້າ​ຮ່ວມ​ມະ​ຫາ​ກຳ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ
2018-01-03 16:14:13  cri 
    ທ່ານ ມຸນ​ເຈ​ອິນ ປະ​ທາ​ນາ​ທິ​ບໍ​ດີ​ສ.ເກົາຫຼີ ກ່າວ​ໃນ​ວັນ​ທີ 2 ມັງ​ກອນນີ້​ວ່າ, ​ການ​ທີ່ສ​ປ​ປ ເກົາຫຼີ ມີ​ເຈ​ຕະ​ນາ​ສົ່ງ​ຄະ​ນະ​ຜູ້​ແທນ​ເຂົ້າ​ຮ່ວມ​ງານ​ກິ​ລາ​ໂອ​ລິ​ມ​ປິກ​ລະ​ດູ​ໜາວ​ທີ່​ຈະຈັດ​ຂຶ້ນ​ຢູ່​​ພຽງ​ຊາງ​ປະ​ເທດ​ຕົນ ແລະ​ຈັດ​ການ​ເຈ​ລະ​ຈາ​ລະ​ຫວ່າງ​ສອງ​ປະ​ເທດນັ້ນ ເປັນ​ການ​ສົ່ງ​ຄຳ​ຕອບ​ສ.ເກົາຫຼີ​ທີ່​ສະ​ເໜີ​ໃຫ້​ຖື​ການ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ດັ່ງ​ກ່າວ ເປັນ​ໂອ​ກາດ​ແຫ່ງ​ການ​ປັບ​ປຸງ​ສາຍ​ພົວ​ພັນ​ສອງ​ປະ​ເທດ, ປະ​ເທດ​ຕົນ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ເລື່ອງນີ້​ຢ່າງ​ຈິງ​ໃຈ.
ທ່ານ ມຸນ​ເຈ​ອິນ ໄດ້​ໃຫ້​ທັດ​ສະ​ນະ​ດັ່ງ​ກ່າວ​ໃນ​ກອງ​ປະ​ຊຸມ​ລັດ​ຖະ​ບານ​ຄັ້ງ​ທຳ​ອິດ​ໃນ​ປີ 2018 ທີ່​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ. ທ່ານກ່າວ​ວ່າ, ຫວັງ​ວ່າ​ກະ​ຊວງ​ທ້ອນ​ໂຮມ​ເປັນ​ເອ​ກະ​ພາບ​ກັນ​ແລະ​ກະ​ຊວງວັດ​ທະ​ນະ​ທຳ​ແລະ​ກິ​ລາ ຈະ​ວາງ​ແຜນ​ການ​ໂດຍ​ໄວ ເພື່ອ​ບັ​ນ​ລຸ​ການ​ຟື້ນ​ຟູ​ການ​ເຈ​ລະ​ຈາ​ເໜືອ​ໃຕ້​ຢ່າງວ່ອງ​ໄວ ແລະ​ເຮັດ​ໃຫ້​ຄະ​ນະ​ຜູ້​ແທນ​ສ​ປ​ປ​ເກົາຫຼີ​ໄດ້ເຂົ້າ​ຮ່ວມການ​ແຂ່ງ​ຂັນ​ຢ່າງ​ສະ​ດວກ​ສະ​ບາຍ.

    ທ່ານ ກິມ​ເຈິງ​ອຸນ ຜູ້​ນຳ​ສູງ​ສຸດ​ຂອງ​ສ​ປ​ປ​ເກົາຫຼີ ໄດ້​ກ່າວ​ໃນ​ໂອ​ກາດ​ສົ່ງ​ຄຳ​ອວຍ​ພອນ​ປີ​ໃໝ່​ເມື່ອ​ວັນ​ທີ 1 ມັງ​ກ່ອນນີ້​ວ່າ, ປະ​ເທດ​ຕົນ​ມີ​ເຈ​ຕະ​ນາ​ສົ່ງ​ຄະ​ນະ​ຜູ້​ແທນ​ເຂົາ​ຮ່ວມ​ມະ​ຫາ​ກຳ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ທີ່​ຈັດ​ຂຶ້ນ​ຢູ່​ພຽງ​ຊາງ​ໃນ​ໄວໆ​ນີ້ ແລະ​ທາງ​ການ​ເໜືອ​ໃຕ້​ກໍ​ສາ​ມາດ​ຖື​ໂອ​ກາດນີ້​ດຳ​ເນີນ​ການ​ເຈ​ລະ​ຈາ​ສຸກ​ເສີນ​ກ່ຽວ​ກັບ​ເລື່ອງນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ