ປາ​ແລັ​ສ​ຕິນ​ກ່າວ​ປະ​ນາມ​ລັດ​ຖະ​ສະ​ພາອິດ​ສະ​ຣາ​ແອນ​ທີ່ຮັບ​ຮອງ​ຍັດ​ຕິ​ກົດ​ໝາຍ​ເພື່ອ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃນ​ການ​ຄວບ​ຄຸມ​ເຢ​ຣູ​ຊາ​ເລັມ
2018-01-03 16:16:23  cri 
    ວັນ​ທີ 2 ມັງ​ກອນນີ້, ປາ​ແລັ​ສ​ຕິນ​ໄດ້ກ່າວ​ປະ​ນາມ​ລັດ​ຖະ​ສະ​ພາອິດ​ສະ​ຣາ​ແອນ​ທີ່ຮັບ​ຮອງ​ຍັດ​ຕິ​ກົດ​ໝາຍ​ສະ​ບັບ​ໜຶ່ງ​ເພື່ອ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃນ​ການ​ຄວບ​ຄຸມ​ເຢ​ຣູ​ຊາ​ເລັມ ແລະ ກ່າວ​ວ່າ "ນີ້​ຜິດ​ກົດ​ໝາຍ".

    ທ່ານ ນາ​ບິນ ອາ​ບູ ຣູ​ເດ​ເນ ໂຄ​ສົກ​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ​ປາ​ແລັ​ສ​ຕິນ ໄດ້​ອອກ​ຖະ​ແຫຼງຂ່າວ​ໃນ​ມື້​ດຽວ​ກັນ​ວ່າ, ແຜນ​ການ​ການ​ເມືອງ​ໃດໆ​ທີ່​ບໍ່​ກ່ຽວ​ບັນ​ຫາ​ເຢ​ຣູ​ຊາ​ເລັມ​ນັ້ນ ລ້ວນ​ແຕ່​ຈະ​ບໍ່​ສຳ​ເລັດ​ຜົນ.

    ຂ່າວແຈ້ງວ່າ, ອີງ​ຕາມ​ຍັດ​ຕິ​ກົດ​ໝາຍ​ສະ​ບັບ​ໜຶ່ງ​ທີ່​ລັດ​ຖະ​ສະ​ພາ​ອິດ​ສະ​ຣາ​ແອນ​ຮັບ​ຮອງ​ໃນ​ວັນ​ທີ 2 ມັງ​ກອນນີ້, ການ​ປ່ຽນ​ແປງ​ຖາ​ນະ​ຂອງ​ເຢ​ຣູ​ລາ​ເລັ​ມ​ໃນ​ກໍ​ລະ​ນີ​ໃດໆ​​ກໍ​ຕາມໃນ​ອະ​ນ​າ​ຄົດ​ຂອງ​ລັດ​ຖະ​ບານ​ອິດ​ສະ​ຣາ​ແອນ ລ້ວນ​ແຕ່​ຕ້ອງ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຈາກ​ສະ​ມ​າ​ຊິກ​ລັດ​ຖະ​ສະ​ພາຫຼາຍກວ່າ 2 ສ່ວນ 3 ກ່ອນ. ນັກ​ວິ​ເຄາະ​ເຫັນ​ວ່າ, ການ​ກະ​ທຳ​ດັ່ງ​ກ່າວ ຈະ​ເພີ່ມ​ທະ​ວີ​ການ​ຄວບ​ຄຸມ​ຕົວ​ຈິງ​ຕໍ່​ເຢ​ຣູ​ຊາ​ເລັມ​ຂອງ​ອິດ​ສະ​ຣາ​ແອນ​ຕື່ມ​ອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ