ໃນ​ຮອບ 5 ປີຜ່ານມາ ນະຄອນຫຼວງປັກ​ກິ່ງສາມາດຫຼຸດຜ່ອນ​ມົນ​ລະ​ພິດ​ທາງ​ອາກາດ​ໄດ້​ກວ່າ 30% ​ສະ​ເລ່ຍຕໍ່​ປີ​
2018-01-04 15:42:59  cri 

​ເພື່ອ​ປັບປຸງ​ຄຸນນະພາ​ບອາກາດ​ໃຫ້​ດີ​ຂຶ້ນ ນະຄອນຫຼວງປັກ​ກິ່ງ​ໄດ້​ປະກາດ​ໃຊ້ "​ແຜນການ​ດຳ​ເນີນ​ງານ​ເພື່ອຄວາມ​ສະອາດ​ຂອງ​ອາກາດນະຄອນຫຼວງປັກ​ກິ່ງ​ແຕ່​ປີ 2013-2017" ​ເມື່ອ​ປີ 2013 ຢ່າງ​ເປັນ​ທາງ​ການ. ວັນ​ທີ 3 ມັງກອນ​ນີ້, ທ່ານຫຼິວປາວ​ຊ້ຽນ ຮອງ​ຫົວໜ້າ​ສູນ​ຕິດຕາມ​ວັດ​ແທກ​ແລະ​ອະນຸລັກ​ສິ່ງ​ແວດ​ລ້ອມ​ນະຄອນຫຼວງປັກ​ກິ່ງ ​​ໄດ້​ເປີ​ດ​ເຜີຍ​ວ່າ: ປີ 2017 ທີ່​ຫາ​ກໍ​ຜ່ານ​ພົ້ນ​ໄປ, ຄວາມ​ເຂັ້ມຂຸ້ນ​ຂອງລະອອງ​ຝຸ່ນ​ທີ່​ເສັ້ນຜ່າ​ກາງ​ຕ່ຳ​ກວ່າ ຫຼື​ເທົ່າ​ກັບ 2,5 ມີຄຣອນ ຫຼື PM2.5 ຂອງ​ນະຄອນຫຼວງປັກ​ກິ່ງສ​ະ​ເລ່ຍ​ແລ້ວ​ຢູ່​ໃນ​ລະດັບ 58 ມີ​ໂຄຣກຣາມຕໍ່​ແມັດ​ກ້ອນ ຫຼຸດລົງ 32 ມີ​ໂຄຣກຣາມຕໍ່​ແມັດ​ກ້ອນ ຫຼື 35,6% ​ເມື່ອ​ທຽບ​ໃສ່​ລະດັບ 90 ມີ​ໂຄຣກຣາມຕໍ່​ແມັດ​ກ້ອນຂອງ​ປີ 2013.

ທ່ານຫຼິວປາວ​ຊ້ຽນ ກ່າວ​ວ່າ: ​ແຕ່​ປີ 2013 ຫາ​ປີ 2017, ຈຳນວນ​ມື້​ທີ່ຄຸນ​ນະພາ​ບຂອງ​ອາກາດ​ນະຄອນຫຼວງປັກ​ກິ່ງ​ໄດ້​ຕາມ​ມາດຕະຖານ ​​ເພີ່ມ​ຂຶ້ນ 50 ວັນ; ຈຳນວນ​ມື້​ທີ່​ຄຸນ​ນະພາ​ບຂອງ​ອາກາດ​ຢູ່​ໃນ​ລະດັບ​ດີ​ເລີດ​ ໄດ້​ເພີ່ມ​ຂຶ້ນ 25 ວັນ; ຈຳນວນ​ມື້​ທີ່​ອາກາດ​ມົນ​ລະ​ພິດ​ໜັກໜ່ວງຫຼຸດລົງ 35 ວັນ ​ເຊິ່ງອັດຕາ​ການ​ເກີດ​ມົນ​ລະ​ພິດ​ໜັກໜ່ວງ​ໄດ້ຫຼຸດລົງ​ຢ່າງ​ຈະ​ແຈ້ງ.

ທ່ານຫຼິວປາວ​ຊ້ຽນ ​ເນັ້ນວ່າ: ​ເຖິງ​ວ່າຄວາມ​ເຂັ້ມຂຸ້ນ​ຂອງ​ມົນ​ລະ​ພິດທາງອາກາດ​ຢູ່ນະຄອນຫຼວງປັກ​ກິ່ງ​ໄດ້ຫຼຸດລົງ​ຢ່າງ​ຕໍ່​ເນື່ອງ​ກໍ​ຕາມ, ​ແຕ່​ຢາກ​ຈະ​ປັບປຸງ​ຄຸນ​ນະພາ​ບຂອງອາກາດ​ໃຫ້​ດີ​ກວ່າ​ເກົ່າຈາກ​ຂັ້ນພື້ນຖານນັ້ນ ຍັງຄົງ​ເປັນ​ຂະ​ບວນການ​ທີ່​​ຕ້ອງໃຊ້​ເວລາ​ດົນ​ນານ, ມີ​ຄວາມສັບສົນ ​ແລະ ມີ​ຄວາມ​ຫຍຸ້ງຍາກ​ຕ່າງໆ​.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ