ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ອິນ​ໂດ​ເນ​ເຊຍ​ຄົນ​ໃໝ່​ປະຕິບັດ​ໜ້າ​ທີ່​ຢ່າງ​ເປັນ​ທາງ​ການ
2018-01-04 15:50:03  cri 

ທ່ານ​ຊ່ຽວຊ່ຽນ ​ເອກ​ອັກຄະ​ລັດຖະທູດຈີນ​ປະຈຳ​ອິນ​ໂດ​ເນ​ເຊຍ ​ໄດ້​ຍື່ນ​​ສານ​ຕາຕັ້ງ​ໃຫ້​ແກ່​ທ່ານ​ອັນ​ດຣີ ຮາ​ດີ ຫົວໜ້າ​ກົມ​ພິທີການ​ທູດ ກະຊວງ​ການ​ຕ່າງປະ​ເທດ​ອິນ​ໂດ​ເນ​ເຊຍ ​ໃນ​ວັນ​ທີ 3 ມັງກອນ​ນີ້.

ທ່ານ​ຊ່ຽວຊ່ຽນ ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ລັດຖະບານ​ອິນ​ໂດ​ເນ​ເຊຍ ທີ່​ໃຫ້​ຄວາມ​ສະດວກ​ແກ່ການ​ປະຕິ​ບັດ​ໜ້າ​ທີ່ຂອງ​ຕົນ ​ແລະ​ໃຫ້ການ​ຕ້ອນຮັບ​ຢ່າງ​ອົບ​ອຸ່ນ, ​ໄດ້​ຕີ​ລາຄາ​ສູງ​ຕໍ່​ການ​ພັດທະນາ​ຂອງ​ອິນ​ໂດ​ເນ​ເຊຍ ​ແລະ ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ ທັງ​ກ່າວ​ວ່າ ຕົນ​ຮູ້ສຶກ​ມີ​ກຽດ​ເປັນ​ຢ່າງ​ຍິ່ງ​ທີ່​ໄດ້​ເປັນ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ອິນ​ໂດ​ເນ​ເຊຍ​ໃນ​ໄລຍະ​ປະຫວັດສາດ​ທີ່​ສຳຄັນ​ແຫ່ງ​ການ​ພັດທະນາ​ສາຍ​ພົວພັນ​ລະຫວ່າງ​ຈີນ-ອິນ​ໂດ​ເນ​ເຊຍ​ຢ່າງຮອບດ້ານ.

​ໂອກາດ​ນີ້, ທ່ານ​ຮາ​ດີ ​ໄດ້ຕາງໜ້າ​ລັດຖະບານ​ອິນ​ໂດ​ເນ​ເຊຍ​ສະ​ແດງ​ຄວາມ​ຍິນ​ດີ​ຕ້ອນຮັບ​ທ່ານຊ່ຽວຊ່ຽນ ທີ່​ໄດ້ຮັບຕຳ​ແໜ່​ງເປັນ​ເອກ​ອັກຄະ​ລັດຖະທູດ​ຈີນປະຈຳປະ​ເທດ​ຕົນ ​ແລະ​ຕັ້ງໜ້າ​ຕີ​ລາຄາສູງ​ຕໍ່​ສາຍ​ພົວພັນ​ລະຫວ່າງ​ສອງປະ​ເທດ​ທີ່​ມີ​ການ​ພັດທະນາ​ເປັນ​ຢ່າງ​ດີ​ໃນ​ຊຸມ​ປີຜ່ານມາ ທັງ​​ໃຫ້​ຄວາມ​ເຫັນວ່າ ທ່ານ​ຊ່ຽວຊ່ຽນ ​ໄດ້ຮັບ​ຕຳ​ແໜ່​ງ​ເປັນ​​ເອກ​ອັກຄະ​ລັດຖະທູ​ດກໍ​ພໍດີ​ຖືກ​ກັບ​ໄລຍະ​ດັ່ງກ່າວ ​ເຊິ່ງສະ​ແດງ​ໃຫ້​ເຫັນ​ວ່າ ລັດຖະບານ​ຈີນ​ໃຫ້​ຄວາມ​ສຳຄັນຢ່າງ​ສູງຕໍ່​ການ​ພັດທະນາສາຍ​ພົວພັນກັບ​ອິນ​ໂດ​ເນ​ເຊຍ. ອິນ​ໂດ​ເນ​ເຊຍ​ຍິນ​ດີ​ໃຫ້​ຄວາມ​ສະດວກ​ທຸກ​ຢ່າງໃນ​ໄລຍະ​ທີ່​ທ່ານ​ຊ່ຽວຊ່ຽນ ດຳລົງ​ຕຳ​ແໜ່​ງ​ເປັນ​ເອກ​ອັກ​ຄະ​ລັດຖະທູດ​ຈີນ​ປະຈຳ​ອິນ​ໂດ​ເນ​ເຊຍ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ