ຈີນ​ຈະອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາມາດ​ຕ່າງປະ​ເທດ​ທີ່​ມາ​ເຮັດ​ວຽກ​ຢູ່​ຈີນ
2018-01-04 16:01:31  cri 

​ແຫຼ່ງຂ່າວ​ຈາກ​ອົງການ​ຜູ້​ຊ່ຽວຊານ​ຕ່າງປະ​ເທດ​ແຫ່ງ​ຊາດ​ຈີນ​ໃຫ້​ຮູ້​ໃນ​ວັນ​ທີ 4 ມັງກອນ​ນີ້​ວ່າ: ​ເພື່ອ​ຈັດຕັ້ງປະຕິບັດ​ນະ​ໂຍບາຍ​ຕໍ່​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາມາດທີ່​ຕັ້ງໜ້າ, ​ເປີດ​ກວ້າງ ​ແລະ ມີ​ປະສິດທິ​ຜົນ​ກວ່າ​ເກົ່າ​ຂອງ​ສູນ​ກາງ​ພັກ ​ແລະ ລັດຖະບານ, ​ເປີດ​ກວ້າງ ​ແລະ ຢ່ອນ​ຍ່ານ​ເງື່ອນ​ໄຂການ​ອອກ​ວີ​ຊາ ​ແລະ ອາຍຸ​ຂອງ​ວີ​ຊາ ສຳລັບ​ເປົ້າໝາຍ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາມາດຕື່ມ​ອີກ, ອົງການ​ຜູ້​ຊ່ຽວຊານ​ແຫ່ງ​ຊາດ, ກະຊວງ​ການ​ຕ່າງປະ​ເທດ ​ແລະ ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ​ໄດ້​ຮ່ວມ​ຕອບ​ສະໜອງ "ວິທີ​ການ​ປະຕິບັດ​ລະບຽບ​ການ​ອອກ​ວີ​ຊາ​ໃຫ້​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາມາດ​ຕ່າງປະ​ເທດ" ຫວ່າງ​ມໍ່ໆ​ມາ​ນີ້.

ວິທີ​ດັ່ງກ່າວ​ໄດ້ກຳນົດການ​ສ້າງ​ກົນ​ໄກ​ໃນ​ການ​ຊົມ​ໃຊ້​ຂໍ້​ມູນ​​ຮ່ວມ​ກັນ ​ແລະ ການ​ເຊື່ອມ​ຕໍ່​ກັນ​ໃນ​ການ​ກຳນົດ​ຄຸນ​ວຸດ​ທິຜູ້​ມີ​ຄວາມ​ຮູ້​ຄວາມ​ສາມາດ, ການ​ອອກ​ວີ​ຊາ, ການ​ອະນຸຍາດ​​ໃຫ້​ມາເຮັດ​ວຽກແລະ​ພັກ​ເຊົາ​ຢູ່​ຈີນ​​ເປັນຕົ້ນ.

ຂ່າວ​ລາຍ​ງານ​ຕື່ມ​ວ່າ: ອົງການ​ດັ່ງກ່າວ ​ໄດ້​ອອກ "​ໃບຮັບ​ຮອງ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາມາດ​ຕ່າງປະ​ເທດ​ຂັ້ນສູງ" ​ໃບ​ທຳ​ອິດ​ໃນ​ທົ່ວ​ປະ​ເທດ​ແລ້ວ​ໃນ​ວັນ​ທີ 2 ມັງກອນ​ນີ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ