ຍົນ​ເຮ​ລີ​ກົບ​ແຕ MI-24 ຂອງ​ຣັດ​ເຊຍ​ລຳ​ໜຶ່ງ​ຕົກ​ຢູ່​ຊີ​ຣີ
2018-01-04 11:15:49  cri 
ວັນ​ທີ 3 ມັງ​ກອນ​ນີ້, ກະ​ຊວ​ງ​ປ້ອງ​ກັນ​ປະ​ເທດ​ຣັດ​ເຊຍ​ກ່າ​ວວ່າ: ໃນ​ວັນ​ທີ 31 ທັນ​ວາ​ປີຜ່ານ​ມາ, ຍົນ​ເຮ​ລີ​ກົບ​ແຕ MI -24 ລຳ​ໜຶ່ງ​ຂອງ​ຣັດ​ເຊຍ​ໄດ້​ຕົກ​ໃນ​ຂະ​ນະ​ທີ່​ຈຳ​ເປັນ​ຕ້ອງ​ລົງ​ຈອດ​ສຸກ​ເສີນ​ຢູ່​ສະ​ໜາມ​ບິນ​ໃນ​ແດນ​ຊີ​ຣີ, ເຮັດ​ໃຫ້ນັກ​ບິນ​ສອງ​ຄົນເສຍ​ຊີ​ວິດ.

ກະ​ຊວ​ງ​ປ້ອງ​ກັນ​ປະ​ເທດ​ຣັດ​ເຊຍ​ໄດ້​ໃຫ້​ຮູ້​ວ່າ: ຍົນ​ເຮ​ລີ​ກົບ​ແຕ​ລຳດັ່ງ​ກ່າວ​ໄດ້​ຕົກ​ໃນ​ຂະ​ນະ​ທີ່​ບິນ​ໄປ​ສະ​ໜາມ​ບິນ​ເມືອງຮາ​ມາ​ປະ​ເທດ​ຊີ​ຣີ​​ແລະ​ໄດ້ລົງ​ຈອດ​ສຸກ​ເສີນ​ຍ້ອ​ນ​ເກີດ​ການ​ຂັດ​ຂ້ອງ​ທາງ​ດ້ານເຕັກ​ນິກ, ເຮັດ​ໃຫ້ນັກ​ບິນ​​ສອງ​ຄົນ​ເສຍ​ຊີ​ວິດ,ຊ່າງ​ເຕັກ​ນິກ​ໄດ້​ຮັບ​ບາດ​ເຈັບ​ແລະ​ຖືກ​ສົ່ງ​ໄປ​ປິ່ນ​ປົວ​ຢູ່​ໂຮງ​ໝໍແລ້ວ.ຈຸດ​ເກີດ​ເຫດ​ຍົນ​ຕົກ​ຫ່າງ​ຈາກ​ສະ​ໜາມ​ບິນ​ຮາ​ມາ 15 ກິ​ໂລ​ແມັດ.

ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຣັດ​ເຊຍ​ກ່າວ​ວ່າ: ການ​ຂັດ​ຂ້ອງ​ທາງ​ດ້ານເຕັກ​ນິກ​ແມ່ນ​ສາ​ເຫດ​ທີ່​ພາ​ໃຫ້​ເກີດ​ອຸ​ບັດ​ເຫດ​ຄັ້ງ​ນີ້, ແລະກ່ອນ​ຍົນ​ຕົກ​ບໍ່​ໄດ້​ຖືກ​ໂຈມ​ຕີ​ຈາກ​ອາ​ວຸດ​ແຕ່​ຢ່າງ​ໃດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ