ປາ​ແລັ​ສ​ຕິນເນັ້ນ​ບໍ່​ຄວນ​ໃຫ້​ເຢ​ລູ​ຊາ​ເລັມ​ກາຍ​ເປັນ​ຂໍ້​ແລກ​ປ່ຽນ​ໃນ​ການ​ເຈ​ລະ​ຈາ
2018-01-04 11:36:03  cri 
ກ່ຽວ​ກັບ​ການ​ທີ່​ອາ​ເມ​ລິ​​ກາ​ມີ​ເຈດ​ຕະ​ນາ​ໃຫ້​ບັງ​ຄັບ​ປາ​ແລັ​ສ​ຕິນ​ກັບ​ຄືນ​ການ​ເຈ​ລະ​ຈາ​ຄືນ​ໃໝ່​ໂດຍ​ການ​ຕັດ​ການ​ຊ່ວຍ​ເຫຼືອ​ດ້ານ​ທຶນ​ຮອນ​ຕໍ່​ປາ​ແລັ​ສ​ຕິນ, ດັ່ງ​ນັ້ນປາ​ແລັ​ສ​ຕິນ​ໄດ້​ກ່າວ​ປະ​ນາມ​ໃນ​ວັນ​ທີ 3 ມັງ​ກອນ​ນີ້ ແລະ​ໄດ້​ເນັ້ນ​ວ່າ​ບໍ່​ຄວນ​ໃຫ້​ເຢ​ລູ​ຊາ​ເລັມ​ກາຍ​ເປັນ​ຂໍ້​ແລ​ກ​ປ່ຽນ​ໃນ​ການ​ເຈ​ລະ​ຈາ​ຢ່າງ​ເຂັດ​ຂາດ.
ກ່ອນ​ໜ້າ​ນີ້​ໜຶ່ງວັນ, ທ່ານ ໂດ​ນັນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ໄດ້​ໂພ​ສ໌​ບົດ​ຄວາມ​ລົງ Twitter ວ່າ: "ພວກ​ເຮົາ​ໄດ້​ສະ​ໜອງ​ເງິນ​ຊ່ວຍ​ເຫຼືອ​​ໃຫ້​ແກ່​ປະ​ຊາ​ຊົນ​ປາ​ແລັ​ສ​ຕິນ​ຫຼາຍ​ຮ້ອຍ​ລ້ານ​ໂດ​ລາ​ສະ​ຫະ​ລັດ​ຕໍ່​ປີ, ພັດ​ບໍ່​ໄດ້​ຮັບ​ຄວາມ​ຂອບ​ໃຈ​ແລະຄວາມ​ເຄົາ​ລົບ​ນັບ​ຖື​ຈາກ​ເຂົາ​ເຈົ້າ", "​​ຄົນ​ປາ​ແລັ​ສ​ຕິນ​ກໍ່​ບໍ່​ໄດ້​ຍິນ​ດີ​ດຳ​ເນີນ​ການ​ເຈ​ລະ​ຈາ​ສັນ​ຕິ​ພາບກັ​ບ​ຄົນອິ​ສ​ຣາ​ແອນ…ຖ້າ​ຄົນ​ປາ​ແລັ​ສ​ຕິນ​ບໍ່​ຍິນ​ດີ​ດຳ​ເນີນ​ການ​ເຈ​ລະ​ຈາສັນ​ຕິ​ພາບ, ເປັນ​ຫຍັງ​ພວກ​ເຮົາຍັງ​ຈະ​ສະ​ໜອງ​ເງິນງວດ​ໃຫຍ່​ໃຫ້​ແກ່​ເຂົາ​ເຈົ້າ​ໃນ​ອະ​ນາ​ຄົດ?"

ທ່ານ ນາ​ບິນ ອາ​ບູ ​ໄດ​ນາ​ຮ໌ ໂຄ​ສົກ​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ​ປາ​ແລັ​ສ​ຕິນ​ກ່າວ​ເນັ້ນ​ວ່າ: ການ​ເຈ​ລະ​ຈາ​ສັນ​ຕິ​ພາບແລະ​ສັນ​ຕິ​ພາບ​ທີ່​ແທ້​ຈິງ​ຕ້ອງ​ຢູ່ບົນ​ພື້ນ​ຖານທີ່ຊອບ​​ດ້ວຍ​ກົດ​ໝາຍ. ທ່ານ​ກ່າວ​ວ່າ: ຖ້າ​ອາ​ເມ​ລິ​ກາ​ໃຫ້​ຄວາມ​ສຳ​ຄັນ​ຕໍ່​ຜົນ​ປະ​ໂຫຍດ​ຂອງ​ເຂດ​ຕາ​ເວັນ​ອອກ​ກາງ, ກໍ່​ຄວນ​ເຄົາ​ລົບ​ແລະ​ປະ​ຕິ​ບັດ​ຕາມ​ຫຼັກ​ການ​ທີ່​ກ່ຽວ​ຂ້ອງ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ ແລະ ສະ​ມັດ​ຊາ​ໃຫຍ່​ຂອງ​ອົງ​ການ​ສະ​ຫະ​ປະ​ຊ​າ​ຊາດ​, ຖ້າ​ບໍ່​ດັ່ງ​ນັ້ນ​ຈະ​ເຮັດ​ໃຫ້​ເຂດ​ດັ່ງ​ກ່າວ​ຕົກ​ຢູ່​ໃນ​ສະພາບ​ທີ່​ຮ້າຍ​ແຮງ​ກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ