ປະ​ຊາ​ຊົນ​ອີ​ຣານ​ແຫ່​ຂະ​ບວນ​ຢູ່ຫຼາຍ​ແຫ່ງ​ເພື່ອ​ເປັນ​ການ​ສະ​ໜັບ​ສະ​ໜູນ​ຕໍ່​ລັດ​ຖະ​ບານ​ໃນ​ການ​ຕໍ່​ຕ້ານ​ກຳ​ລັງ​ຮຸນ​ແຮງ
2018-01-04 16:50:24  cri 
ໂທ​ລະ​ພາບ​ຂ່າວ​ອີ​ຣານ​ລາຍ​ງາ​ນ​ໃນ​ວັນ​ທີ 3 ມັງ​ກອນ​ນີ້​ວ່າ: ໃນ​ມື້​ດັ່ງ​ກ່າວ, ປະ​ຊາ​ຊົນ​ຢູ່​ຫຼາຍ​ຕົວ​ເມືອງ​ຂອງ​ອີ​ຣານ​ໄດ້​​ແຫ່​ຂະ​ບວນ​ເພື່ອ​ເປັນ​ການ​ສະ​ໜັບ​ສະ​ໜູນ​ລັດ​ຖະ​ບານ ພ້ອມ​ທັງ​ຕໍ່​ຕ້ານ​ການ​ເຄື່ອນ​ໄຫວ​ດ້ວຍ​ກຳ​ລັງ​ຮຸນ​ແຮງ.

ຂ່າວ​ແຈ້ງວ່າ: ຢູ່​ເມືອງ​ອາ​ວາ​ສ໌, ອາ​ບາ​ດານ, ບູ​ເຊີ, ເຄີ​ມານ​ຊາ​ຮ໌,ໂຄມ​ແລະ​ເມືອງ​ອື່ນໆ​ຂອງ​ອີ​ຣານ, ປະ​ຊາ​ຊົນ​ຈຳ​ນວນ​ຫຼວງ​ຫຼາຍ​ໄດ້​ຖື​ປ້າຍຄຳ​ຂວັນ​ແລະ​ທຸງ​ຊາດຕາມ​ທ້ອງຖະ​ໜົນ ແລະຮ້ອງ​ຄຳ​ຂວັນ​ເພື່ອ​ເປັນ​ການ​ສະ​ໜັບ​ສະ​ໜູນ​ລັດ​ຖະ​ບານ ແລະ​ຕໍ່​ຕ້ານ​ການ​ເຄື່ອນ​ໄຫວ​ດ້ວຍ​ກຳ​ລັງ​ຮຸນ​ແຮງ​ໃນ​ການ​ແຫ່​ຂະ​ບວນ​ປະ​ທ້ວງ​ໃນ​ຫວ່າງ​ມໍ່ໆ​ນີ້.

ຂ່າວ​ລາຍ​ງານ​ວ່າ: ວັນ​ທີ 4 ມັງ​ກອນ​ນີ້, ມີບາງ​ຕົວ​ເມືອງ​ຂອງ​ອີ​ຣານ​ກໍ່​ຈະ​ຈັດ​ການ​ເຄື່ອນ​ໄຫວ​ໂຮມ​ຊຸມ​ນຸມ​ສະ​ໜັບ​ສະ​ໜູນ​ລັດ​ຖະ​ບານ,ແລະປະ​ຊາ​ຊົນ​ຢູ່​ນະ​ຄອນ​ຫຼວງ​ເຕ​ເຮ​ລານ​ກໍ່​ຈະ​ຈັດ​ການ​ໂຮມ​ຊຸມ​ນຸ​ມ​ສະ​ໜັບ​ສະ​ໜູນ​ລັດ​ຖະ​ບານ​ໃນ​ວັນ​ທີ 5 ມັງ​ກອນ​ນີ້​ເຊັ່ນ​ດຽວ​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ