ສ.ເກົາຫຼີ​ຢືນ​ຢັນ​ວ່າ​ໄດ້​ໂທ​ລະ​ສັບ​ລົມ​ກັບ​ສ​ປ​ປ​ເກົາຫຼີ​ຜ່ານ​ທາງ​ປານ​ມູນ​ຈອມ
2018-01-04 16:12:56  cri 
    ກະ​ຊວງ​ທ້ອນ​ໂຮມ​ທົ່ວ​ປະ​ເທດ​ເປັນ​ເອ​ກະ​ພາບ​ຂອງ​ສ.ເກົາຫຼີ​ຢືນ​ຢັນ​ໃນ​ວັນ​ທີ 3 ມັງ​ກອນນີ້​ວ່າ, ສ​ປ​ປ​ເກົາຫຼີ​ແລະ​ປະ​ເທດ​ຕົນ ໄດ້​ໂທ​ລະ​ສັບ​ລົມ​ກັນປະ​ມານ 20 ນາ​ທີໂດຍ​ຜ່ານ​ທາງ​ປານ​ມູນ​ຈອມ​ທີ່​ເປີດ​ຄືນ​ໃໝ່​ໃນ​ມື້​ດຽວ​ກັນ ເຊິ່ງ​ຕົ້ນ​ຕໍ​ໄດ້​ກວດ​ກາ​ເຕັກ​ນິກ​ຂອງ​ທາງ​ໂທ​ລະ​ຄົມ.

    ຂ່າວ​ສານ​ໂຢນ​ຮັບ​ສ.ເກົາຫຼີ​ລາຍ​ງານ​ວ່າ, ກະ​ຊວງ​ທ້ອນ​ໂຮມ​ເປັນ​ເອ​ກະ​ພາບ​ກັນ​ກ່າວ​ວ່າ, ເວ​ລາ 15:30-15:50 ຂອງ​ວັນ​ທີ 3 ມັງ​ກອນນີ້ຕາມ​ເວ​ລາ​ເຊ​ອຸນ, ເຈົ້າ​ໜ້າ​ທີ່​ສ​ປ​ປ​ເກົາຫຼີ ໄດ້​ໂທ​ລະ​ສັບ​ເຂົ້າ​ມາກ່ອນ​ໂດຍ​ຜ່ານ​ທາງ​​ປານ​ມູນ​ຈອມ ແລະ​ສອງ​ຝ່າຍ​ໄດ້​ກວດ​ກາ​ແລະ​ຢືນ​ຢັນ​ວ່າ ໂທ​ລະ​ສັບ​ແລະ​ໂທ​ລະ​ສານ​ສາ​ມາດ​ນຳ​ໃຊ້​ຢ່າງ​ເປັນ​ປົກ​ກະ​ຕິ​ໄດ້ຫຼື​ບໍ່.

    ມື້​ດຽວ​ກັນ, ທ່ານ ຢຸ​ນ​ຢົງ​ຊັນ ຫົວ​ໜ້າ​ເລ​ຂາ​ທິ​ການ​ທີ່​ຮັບ​ຜິດ​ຊອບ​ການ​ຕິດ​ຕໍ່​ພົວ​ພັນ​ຂອງ​ພົນ​ລະ​ເມືອງ​ທຳ​ນຽບ​ຊົງ​ວາ​ເດ​ສ.ເກົາຫຼີ ກ່າວ​ວ່າ, ສອງ​ຝ່າຍ​ຟື້ນ​ຟູ​ເສັ້ນ​ທາງ​ຕິດ​ຕໍ່​ພົວ​ພັນ​ທີ່​ປານ​ມູນ​ຈອມນັ້ນ ມີ​ຄວາມ​ໝາຍ​ສຳ​ຄັນ​ຍິ່ງ ເຊິ່ງ​ຈະ​ເຮັດ​ໃຫ້​ສອງ​ປະ​ເທດ​ສາ​ມາດ​ເຈ​ລະ​ຈາ​ກັນ​ໄດ້​​ທຸກ​ເວ​ລາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ