ບໍ​ລິ​ສັດ​ຮ​ວາ​ເວີຍ​ຈີນ​ຈະຊ່ວຍ​ປັບ​ປຸງ​ການ​ບໍ​ລິ​ການ​ໂທ​ລະ​ຄົມ​ຂອງ​ຟິ​ລິບ​ປິນ
2018-01-04 16:17:19  cri 
    ກຸ່ມ​ບໍ​ລິ​ສັດ​ຮ​ວາ​ເວີຍ​ຈີນ​ແລະ​ບໍ​ລິ​ສັດ PLDT ທີ່​ເປັນ​ໜຶ່ງ​ໃນ​ສອງ​ບໍ​ລິ​ສັດ​ໂທ​ລະ​ຄົມ​ໃຫຍ່​ຂອງ​ຟິ​ລິບ​ປິນ​ພ້ອມ​ດ້ວຍ​ບໍ​ລິ​ສັດ Smart ເຊິ່ງ​ເປັນພາກ​ສ່ວນ​ໂທລະ​ສັບ​ເຄື່ອນ​ທີ່​ຂອງ PLDT ໄດ້​ເຊັນ​ສັນ​ຍາ​ການ​ຮ່ວມ​ມື​ໃນ​ມູນ​ຄ່າ 28,5 ລ້ານ​ໂດ​ລາ ໂດຍ​ລະ​ບຸ​ວ່າ, ໃນ​ການ​ບໍ​ລິ​ການ​ເປັນ​ເວ​ລາ 15 ເດືອນ, ບໍ​ລິ​ສັດ​ຮ​ວາ​ເວີຍ​ຈະ​ຮັບ​ຜິດ​ຊອບ​ປັບ​ປຸງ​ລະ​ບົບ​ເກັບ​ຄ່າ​​ບໍ​ລິ​ການ​ທາ​ງອອນ​ໄລ​ແບບ​ສະ​ມາດ​ຂອງ PLDT.

    ທ່ານ ເອ​ສ​ພີ​ໂນ​ຊາ ຫົວ​ໜ້າ​ການ​ບໍ​ລິ​ການ​ວິ​ສາ​ຫະ​ກິດ​ຂອງ​ກຸ່ມ PLDT ຫວັງ​ວ່າ, ຜ່ານ​ຈາກ​ການ​ຮ່ວມ​ມື​ກັບ​ບໍ​ລິ​ສັດ​ຮ​ວາ​ເວີຍ ຈະ​ສາ​ມາດ​ໃຫ້​ການ​ບໍ​ລິ​ການ​ແບບ​ສ່ວນ​ບຸກ​ຄົນ​ໃຫ້​ລູກ​ຄ້າຫຼາຍກວ່າ​ເກົ່າ, ຜ່ານ​ຈາກ​ເວ​ທີ​ທີ່​ເປັນ​ເອ​ກະ​ພາບ​ກັນ, ທ້ອນ​ໂຮ​ມ​ການ​ບໍ​ລິ​ການ​ປະ​ເພດ​ດຽວ​ກັນ​ທີ່​ມີ​ຍີ່​ຫໍ້​ຕ່າງ​ກັນ​ນັ້ນ​ເຂົ້າ​ໃນ​ລະ​ບົບ​ດຽວ​ກັນ ທັງ​ເຮັດ​ໃຫ້​ຂັ້ນ​ຕອນ​ເຮັດ​ວຽກ​ກະ​ທັດ​ຮັດ​ກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ