ຈີນ​ຕ່າງ​ດ້າວ​ແລະ​ຊາວ​ຟິ​ລິບ​ປິນ​ເຊື້ອ​ສາຍ​ຈີນ​ກ່າວ​ປະ​ນາມ​ຍີ່​ປຸ່ນ​ທີ່​ແຊກ​ແຊງວຽກ​ງານ​ທີ່​ຟິ​ລິບ​ປິ​ນ​ຕັ້ງ​ຮູບປັ້ນ​ທອງ​ນາງ​ບຳ​ເລີ​
2018-01-04 16:19:43  cri 
    ຊາວຈີນ​ຕ່າງ​ດ້າວ​ແລະ​ຊາວ​ຟິ​ລິບ​ປິນ​ເຊື້ອ​ສາຍ​ຈີນ 40 ທ່ານ​ເຊັ່ນ​ທ່ານ ໄຊ້​ໂຢ​ມິງ ໄດ້​ພິມ​ບົດ​ຄວາມ​ທີ່​ລົງ​ນາມ​ແທ້​ຈິງ​ໃສ່​ໜັງ​ສື​ພິມ "ຂ່າວ​ການ​ຄ້າ" ຂອງ​ຟິ​ລິບ​ປິນ​ສະ​ບັບ​ວັນ​ທີ 3 ມັງ​ກອນນີ້ ໂດຍ​ຮຽກ​ຮ້ອງ​ໃຫ້​ຈົ່ງຮູບ​ປັ້ນທອງ​ນາງ​ບຳ​ເລີ​​ໄວ້​ທີ່​ຕັ້ງ​ຢູ່​ອ່າວ​ມະ​ນີ​ລານັ້ນ​ຢ່າງ​ແຮງ​ກ້າ. ກ່ອນ​ໜ້ານີ້, ທ່ານ ໂກ່ງ​ສື່​ຢູ້ ປະ​ທານ​ສະ​ຫະ​ສະ​ມາ​ຄົມ​ຄົນ​ເຊື້ອ​ສາຍ​ຈີນ​ໃນ​ວົງ​ການ​ຕ່າງໆ​ຟິ​ລິບ​ປິນ ໄດ້​ພິມ​ບົດ​ລົງໜ້າ​ໜຶ່ງ​ຂອງ​ໜັງ​ສື​ພິມ "ໂລກ​ລາຍ​ວັນ" ຂອງ​ຟິ​ລິບ​ປິນ​ສະ​ບັບ​ວັນ​ທີ 27 ທັນ​ວາ 2017 ເພື່ອ​ສະ​ໜັບ​ສະ​ໜູນ​ຟິ​ລິບ​ປິນ​ທີ່​ຕັ້ງ​ຮູບ​ປັ້ນ​ທອງ​ນາງ​ບຳ​ເລີ​​ຮູບທຳ​ອິດ.

    ວັນ​ທີ 8 ທັນ​ວາ​ປີ 2017 ຜ່ານ​ມາ, ຄະ​ນະ​ກຳ​ມະ​ການ​ປະ​ຫວັດ​ສາດ​ແຫ່ງ​ຊາດ​ຟິ​ລິບ​ປິນ ແລະ ອົງ​ການ​ປົກ​ຄອງ​ນະ​ຄອນຫຼວງ​ມະ​ນີ​ລາ ໄດ້​ຈັດ​ພິ​ທີ​ເປີດ​ຮູບ​ປັ້ນທອງ​ນາງ​ບຳ​ເລີ​ສົງ​ຄາມ​ໂລກ​ຄັ້ງ​ທີ​ສອງ ແລະ ຮູບ​ປັ້ນ​ດັ່ງ​ກ່າວ​ຕັ້ງ​ຢູ່​ຖະ​​ໜົນ​ໂຣກ​ຊັ​ສ​ທີ່​ມີ​ຊື່​ສຽງ​ຂອງ​ນະ​ຄອນຫຼວງ​ມະ​ນີ​ລາ, ດ້ານຫຼັງ​ແມ່ນ​ອ່າວ​ມະ​ນີ​ລາ ແລະ​ຫ່າງ​ຈາກ​ສະ​ຖານ​ທູດ​ຍີ່​ປຸ່ນ​ປະ​ຈຳ​ຟິ​ລິບ​ປິນ​ປະ​ມານ 3 ກິ​ໂລ​ແມັດ. ສື່ມວນ​ຊົນ​ຟິ​ລິບ​ປິນ​ລາຍ​ງານ​ວ່າ, ສະ​ຖານ​ທູດ​ຍີ່​ປຸ່ນ​ປະ​ຈຳ​ຟິ​ລິບ​ປິນ​ເຄີຍ​ກ່າວ​ຕໍ່​ລັດ​ຖະ​ບານ​ຟິ​ລິບ​ປິນ​ວ່າ, ຍີ່​ປຸ່ນ​ຮູ້​ສຶກ​ເສຍ​​ໃຈ​ຕໍ່​ຟິ​ລິບ​ປິນ​ທີ່​ຕັ້ງ​ຮູບ​ທອງ​ດັ່ງ​ກ່າວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ