ເກີດ​ເຫດ​ລະ​ເບີດຢູ່​ສາງແຫ່ງ​ໜຶ່ງ​ທາງພາກ​ເໜືອ​ປະ​ເທດ​ຫວຽດ​ນາມ ສົ່ງ​ຜົນ​ເຮັດ​ໃຫ້​ 10 ຄົນ​ເສຍ​ຊີ​ວິດ
2018-01-05 11:25:34  cri 
ສື່ມວນ​ຊົນ​ຫວຽດ​ນາມ​ລາຍ​ງານ​ໃນວັນ​ທີ 4 ມັງ​ກອນ​ນີ້​ວ່າ: ສາງ​ເກັບ​ມ້ຽນວັດ​ຖຸ​ເສດ​ເຫຼືອ​ແຫ່​ງ​ໜຶ່ງ​ຢູ່​ແຂວງ​ບັກນິງພາກ​ເໜືອ​ປະ​ເທດ​ຫວຽດ​ນາມ​ໄດ້​ເກີດ​ເຫດລະ​ເບີດ ສົ່ງ​ຜົນ​ເຮັດ​ໃຫ້​ເດັກ​ນ້ອຍ 2 ຄົນ​ເສຍ​ຊີ​ວິດ, 8 ຄົນ​ບາດ​ເຈັບ. ຜົນການກວດ​ກາ​ໃນ​ເບື້ອງ​ຕົ້ນ​ສະ​ແດງ​ໃຫ້​ເຫັນ​ວ່າ: ການ​ລະ​ເບີດ​ດັ່ງ​ກ່າວ​ແມ່ນ​ເກີດ​ຂຶ້ນຍ້ອນລະ​ເບີດ​ທີ່ຕົກ​ຄ້າງຈາກ​ສົງ​ຄາມ.

ຂ່າວ​ລາຍ​ງານ​ວ່າ: ເຈົ້າ​ໜ້າ​ທີ່​ຕຳ​ຫຼວດ​ທ້ອງ​ຖິ່ນ​ໄດ້​ຈັບ​ຕົວ​ເຈົ້າ​ຂອ​ງ​ສາງດັ່ງ​ກ່າວ​ແລ້ວ. ລາວ​ເວົ້າ​ວ່າ: ສອງ​ປີ​ກ່ອນ ລາວ​​ໄດ້​ຊື້​ຫົວລູກ​ປືນ​ເກົ່າ 7 ໂຕນ​ຈາກ​ສູນ​ກຳ​ຈັດວັດ​ຖຸ​ລະ​ເບີດ​ຂອງກອງ​ບັນ​ຊາ​ການ​ທະ​ຫານ​ຊ່າງ​ແສງ​ຫວຽດ​ນາມ ແລ້ວ​ໄດ້​ເກັບ​ໄວ້​ຢູ່​ໃນ​ສາງ​ດັ່ງ​ກ່າວ​ນີ້.

ປັດ​ຈຸ​ບັນ, ຢູ່​ຫວຽດ​ນາມ​ຍັງ​ມີ​ລະ​ເບີດຕົກ​ຄ້າງ​ຂອງກອງ​ທັບ​ອາ​ເມ​ລິ​ກາ​ໃນ​ໄລ​ຍະ​ສົງ​ຄາມ​ຫວຽດ​ນາມ​ຈຳ​ນວນ​ຫຼວງ​ຫຼາຍ. ໃນ​ຂະ​ນະ​ທີ່​ປະ​ຊາ​ຊົນ​ທ້ອງ​ຖິ່ນ​ທີ່​ຊອກ​ເກັບ​ເອົາ​ໂລ​ຫະ​ຕ່າງໆ​ຈາກ​ລະ​ເບີດ​ນັ້ນ ໄດ້​ເກີດ​ການ​ລະ​ເບີດ​ເລື້ອຍໆ ສົ່ງ​ຜົນ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ​ຈຳ​ນວນ​ຫຼວງ​ຫຼາຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ