ປະ​ທາ​ນາ​ທິ​ບໍ​ດີ​ນີ​ເຊ​ຣີ​ຕັດ​ແຖບ​ຜ້າ​ເປີດ​ພິ​ທີ​ການ​ຫົວ​ລົດ​ໄຟ​ແລະ​ຕູ້​ລົດ​ໃໝ່
2018-01-05 16:56:09  cri 
ຕາມ​ຂ່າວCRI: ວັນ​ທີ 4 ມັງ​ກອນ​ນີ້, ທ່ານ ມູ​ຮຳ​ມັດ ບູ​ຮາ​ຣີ ປະ​ທາ​ນາ​ທິ​ບໍ​ດີ​​ນີ​ເຊ​ຣີ​ໄດ້​ຕັດ​ແຖບ​ຜ້າ​ເປີດ​ພິ​ທີ​ການ​ຫົວ​ລົດ​ໄຟ​ແລະ​ຕູ້​ລົດ​ໃໝ່​ທີ່​ບໍ​ລິ​ການ​ຕາມທາງ​ລົດ​ໄຟ​ນະ​ຄອນ​ຫຼວງອາ​ບູ​ຈາ-ກາ​ດູ​ນາທາງ​ພາກ​ເໜືອ​ປະ​ເທດ​ນີ​ເຊ​ຣີ, ພ້ອມ​ທັງ​ສະ​ຫຼອງ​ທາງ​ລົດ​ໄຟ​ດັ່ງ​ກ່າວ​ດຳ​ເນີນ​ງານ​ຢ່າງ​ປອດ​ໄພ​ຫຼາຍກວ່າ 500 ວັນ​.

​ໂອ​ກາດ​ນີ້, ທ່ານ ບູ​ຮາ​ຣີ ກ່າວ​ຄຳ​ປາ​ໄສວ່າ: ຫວັງ​ວ່າ​ຈະ​ສາ​ມາດ​ເຊື່ອມ​ຕໍ່​ບັນ​ດາ​ຕົວ​ເມືອງ​ທີ່​ສຳ​ຄັນ​ຂອງ​ນີ​ເຊ​ຣີດ້ວຍ​ທາງ​ລົດ​ໄຟ​ໃນ 25 ປີ​ຕໍ່​ໜ້າ. ການ​ສ້າ​ງ​ທາງ​ລົດ​ໄຟ​ຂອງ​ນີ​ເຊ​ຣີ​ປາ​ສະ​ຈາກ​ການ​ຮ່ວມ​ມື​ກັບ​ບໍ​ລິ​ສັດ​ຈີນ​ບໍ່​ໄດ້,ຫວັງ​ວ່າ​ໃນ​ອະ​ນາ​ຄົດ​ຈະ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ຮ່ວມມື​ກັບ​ຈີນ​ໃນ​ດ້ານ​ການ​ຊົມ​ໃຊ້​ເຕັກ​ໂນ​ໂລ​ຊີ​ທາງ​ລົດ​ໄຟ.

ທາງ​ລົດ​ໄຟ​ອາ​ບູ​ຈາ-ກາ​ດູ​ນາ​ເລີ່ມ​ເປີດ​ໃຫ້​ບໍ​ລິ​ການ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 26 ກໍ​ລະ​ກົດ​ປີ 2016 ເຊິ່ງ​ເປັນ​ທາງ​ລົດ​ໄຟ​ສາຍ​ທຳ​ອິດ​ຂອງ​ອາ​ຟ​ຣິ​ກາ​ທີ່​ໃຊ້​ເຕັກ​ນິກ​ແລະ​ມາດ​ຕະ​ຖານ​ຂອງ​ຈີນ​ທັງ​ໝົດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ