ສ ເກົາ​ຫຼີ​ແລະ​ອາ​ເມ​ລິ​ກາ​ຕົກ​ລົງ​ບໍ່​ຈັດ​ການ​ຊ້ອມ​ຮົບ​ປະ​ສົມ​ໃນ​ໄລ​ຍະ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວພຽງຊາງ
2018-01-05 16:31:54  cri 
ວັນ​ທີ 4 ມັງ​ກອ​ນ​ນີ້, ​ ທ່ານ​ມຸນ​ແຈ​ອິນ, ປະ​ທາ​ນາ​ທິ​ບໍ​ດີ​ ສ ເກົາ​ຫຼີໄດ້​ສົນ​ທະ​ນາ​ຜ່ານ​ທາງ​ໂທ​ລະ​ສັບ​ກັບທ່ານ​ໂດ​ນັນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​, ​ປະ​ມຸກ​ລັດ​ສອງ​ປະ​ເທດ​ໄດ້ເປັນ​ເອ​ກະ​ພາບ​ກ່ຽວ​ກັບ​ບໍ່​ຈັດການ​ຊ້ອມ​ຮົບ​ປະ​ສົມ​ໃນ​ໄລ​ຍະ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ພຽງຊາງ.

ທ່ານ​ຢຸມ​​ຢັງ​ຊັນ ​ຫົວ​ໜ້າ​ຄະ​ນະ​ເລ​ຂາ​ແລກ​ປ່ຽນ​​ກັບ​ປະ​ຊາ​ຊົນ​ຊົງ​ວາ​ເດ ກ່າວ​ວ່າ, ຜູ້​ນຳ​ສອງ​ປະ​ເທດ​ໄດ້​ສົນ​ທະ​ນາກັນ​ປະ​ມານ 30 ນາ​ທິ, ເນື້ອ​ໃນ​ກ່ຽວ​ກັບບັນ​ຫາ​ການ​ເຈ​ລະ​ຈາ​ລະ​ຫວ່າງ​ສ ເກົາ​ຫຼີ​ແລະ ສ​ປ​ປ ເກົ​າ​ຫຼີ​ທີ່​ຖື​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​​ພຽງ​ຊາງ​ເປັນ​ໂອ​ກາດ​ປັບ​ປຸງ​ສາຍ​ພົວ​ພັນ​ໃຫ້​ດີ​ຂຶ້ນ​ແລະ​ອື່ນໆ. ສອງ​ຝ່າຍ​ຕົກ​ລົງ​ຈະ​ອອກ​ແຮງ​ຢ່າງ​ສຸດ​ຂີດ​ເພື່ອ​ຮັບ​ປະ​ກັນ​​ການຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ຄັ້ງ​ນີ້​ຢ່າງ​ປອດ​ໄພ​ແລະ​ສຳ​ເລັດ​ຜົນ. ທ່ານ​ມຸນແຈ​ອິນ ກ່າວ​ວ່າ, ໃນ​​ການ​ເຈ​ລະ​ຈາ​ລະ​ຫວ່າງ ສ ເກົາ​ຫຼີ​ກັບ​ ສ​ປ​ປ ເກົາ​ຫຼີ, ປະ​ເທດ​ຕົນ​ຈະ​ຮັກ​ສາ​ການ​ປະ​ສານ​ສົມ​ທົບ​ກັບ​ອາ​ເມ​ລິ​ກາ​ຢ່າງ​ໃກ້​ຊິດ, ​ແລະ​ການ​ຈັດ​ການ​​ເຈ​ລະ​ຈາລະ​ຫວ່າງ​ສອງ​ຝ່າຍ​ຈະ​ມີ​ຜົນ​ດີ​ຕໍ່​ການສ້າງ​ບັນ​ຍາ​ກາດ​ເຈ​ລະ​ຈາ​ລະ​ຫວ່າງ ສ​ປ​ປ ເກົາ​ຫຼີ​ກັບ​ອາ​ເມ​ລິ​ກາ​ອີ​ກ​ດ້ວຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ