ປີ 2017 ລາວ​ຊຳ​ລະ​ຄະ​ດີທີ່​ກ່ຽວ​ພັນ​​ກັບ​ຢາ​ເສບ​ຕິດທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ປີ 2016 ເພີ່ມ​ຂຶ້ນ 10%
2018-01-05 16:49:35  cri 
ໜັງ​ສື​ພິມ​ວຽງ​ຈັນ​ທາມ​ສ໌​ສະ​ບັບ​ວັນ​ທີ 4 ມັງ​ກອນ​ລາຍ​ງານ​ວ່າ, ​ປີ 2017, ພາກ​ສ່ວນ​ປ້ອງ​ກັນ​ຄວາມ​ສະ​ຫງົບລາວ​​ໄດ້​ຊຳ​ລະ​ຄະ​ດີ 2770 ລາຍ​ທີ່​ກ່ຽວ​ພັນກັບ​ຢາ​ເສບ​ຕິດ, ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ປີ 2016 ເພີ່ມ​ຂຶ້ນ​ປະ​ມານ 10%.

ສະ​ຖິ​ຕິ​ຂອງກົມ​ປາບ​ປາມ​ແລະ​ຄວບ​ຄຸມ​ຢາ​ເສບ​ຕິດ​ກະ​ຊວງ​ປ້ອງ​ກັນ​ຄວາ​ມ​ສະ​ຫງົບ​ລາວ​ສະ​ແດງ​ໃຫ້​ເຫັນ​ວ່າ, ປີ 2017 ພາກ​ສ່ວນ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ລາວ​​ສາ​ມາດ​ຈັບ​ຜູ້​ຄ້າ​ຂາ​ຍ​ຢາ​ເສບ​ຕິດ​ໄດ້​ທັງ​ໝົດ 2441 ຄົນ, ໃນ​ນັ້ນ​​ຜູ້​ຍິງ 526 ຄົນ​ແລະ​ຄົນ​ຕ່າງ​ປະ​ເທດ 100 ຄົນ. ປີ 2016 ຄົນ​ຕ່າງ​ປະ​ເທດ​ທີ່​ຖືກ​ຈັບຍ້ອນ​ຄ້າ​ຂາຍ​ຢາ​ເສບ​ຕິດມີ 74 ຄົນ.

​ກົມ​ປາບ​ປາມ​ແລະ​ຄວບ​ຄຸມ​ຢາ​ເສບ​ຕິດ​ກະ​ຊວງ​ປ້ອງ​ກັນ​ຄວາ​ມ​ສະ​ຫງົບ​ລາວ​ກ່າວ​ວ່າ, ຈະ​ສືບ​ຕໍ່​ເພີ່ມ​ຄວາມ​ແຮງ​ຕໍ່​ຕ້ານ​ອາ​ຊະ​ຍະ​ກຳ​ຄ້າ​ຂາຍ​ຢາ​ເສບ​ຕິດ, ​ແລກ​ປ່ຽນ​ຂໍ້​ມູນ​ແລະ​ປະ​ສານ​ສົມ​ທົບ​ກັບ​ປະ​ເທດ​ໃກ້​ຄຽງ, ຂະ​ນະ​ດຽວ​ກັນ​ຈະ​ຍົກ​ສູງ​ສະ​ຕິ​​ໃຫ້ສາ​ທາ​ລະ​ນະ​ຊົນ, ໂດຍ​ສະ​ເພາະ​ແມ່ນ​ເພີ່ມ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ຄວາມອັນ​ຕະ​ລາຍ​ແລະ​ຄວາມ​ເສຍ​ຫາຍ​ຂອງ​ຢາ​ເສບ​ຕິດ​ໃຫ້​ແກ່​ນັກ​ຮຽນ​ຊາວ​ໜຸ່ມ​ກໍ​ຄື​ປະ​ຊາ​ຊົນ​ທີ່​ທົ່ວ​ໄປ​ໃຫ້​ຮັບ​ຮູ້​ແລະ​ເຂົ້າ​ໃຈ​ເລິກ​ເຊິ່ງກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ