ສ ເກົາ​ຫຼີ​ຢືນ​ຢັນ​ວ່າ ສ​ປ​ປ ເກົາ​ຫຼີ​ເຫັນ​ດີ​ຈັດການ​ພົບ​ປະ​ເຈ​ລະ​ຈາກັນ​ລະ​ດັບ​ສູງ​ລະ​ຫວ່າງ​ສອງ​ປະ​ເທດ
2018-01-05 16:55:21  cri 
ກະຊວງ​ເຕົ້າ​ໂຮມ​ປະ​ເທດ​ເປັນ​ເອ​ກະ​ພາບ ສ ເກົາ​ຫຼີຢືນ​ຢັນ​ໃນ​ວັນ​ທີ 5 ມັງ​ກອນ​ນີ້​ວ່າ, ສ​ປ​ປ ເກົາ​ຫຼີ​ໄດ້​ເຫັນ​ດີ​ຈັດ​​ການ​ພົບ​ປະ​ເຈ​ລະ​ຈາ​ກັນລະ​ດັບ​ສູງ​ລະ​ຫວ່າງ​ສອງ​ປະ​ເທດ​ຢູ່ "ເຮືອນ​ສັນ​ຕິ​ພາບ" ທີ່​ເຂດ​ປັນ​ມູນ​ຈອມ​ເບື້ອງ ສ​ເກົາ​ຫຼີໃນ​ວັນ​ທີ 9 ມັງ​ກອນ​ນີ້.

ວັນ​ທີ 2 ມັງ​ກອນ​ນີ້, ສ​ເກົາ​ຫຼີ​ໄດ້​ສະ​ເໜີ​ໃຫ້​ຈັດ​ການ​ພົບ​ປະ​ເຈດ​ລະ​ຈາ​ກັນ​ລະ​ດັບ​ສູງ​ລະ​ຫວ່າງ​ສອງ​ຝ່າຍ​ຢູ່​​ເຂດປັນ​ມູນ​​ຈອມໃນ​ວັນ​ທີ 9 ມັງ​ກອນ​ນີ້, ເພື່ອ​ປຶກ​ສາ​ຫາ​ຕ່າງໆ​ກັບ​ລື​ບັນ​ຫາ​ຄະ​ນະ​ຜູ້​ແທນ​ ສ​ປ​ປ ເກົາ​ຫຼີ​ທີ່​ຈະ​ເຂົ້າ​ຮ່ວມ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ພຽງ​ຊາງ​ແລະ​ປັບ​ປຸງ​ສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ຝ່າຍ​ໃຫ້​ດີ​ຂຶ້ນ​ແລະ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ