​ຟິລິບປິ​ນກຳນົດ​ເປົ້າ​ໝາຍການເຕີບໂຕຂອງເສດຖະກິດປີນີ້ເປັນ 7% ຫາ 8%
2018-01-05 17:12:49  cri 
ວັນທີ 4 ມັງກອນນີ້, ກະຊວງ​ການ​ເງິນ​ຟິລິບປິ​ນກ່າວ​ວ່າ: ພາຍ​ໃຕ້​ການ​ກະຕຸກ​ຊຸກຍູ້​ຂອງ​ແຜນການ​ກໍ່​ສ້າງ​ພື້ນຖານ​ໂຄງ​ລ່າງ​ຂະໜາດ​ໃຫຍ່​ໃນ​ປີ​ 2017 ​ແລະ​ການ​ປະຕິ​ຮູບສ່ວຍ​ສາ​ອາກອນທີ່​ປະຕິບັດປີ​ນີ້, ຈັງຫວະ​ການ​ເຕີບ​ໂຕ​ຂອງ​ເສດຖະກິດ​ຟິລິບປິ​ນ​ໃນ​ປີ 2018 ຈະ​ສາມາ​ດບັນລຸ 7% ຫາ 8%.

ທ່ານ​ເ​ບີທຣານ ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຟິລິບປິ​ນກ່າວ​ວ່າ: ການ​ເຕີບ​ໂຕ​ຂອງ​ເສດຖະກິດ​ຟິລິບປິ​ນ​ໃນ​ປີ 2017 ຕົ້ນຕໍ​ຂັບ​ເຄື່ອນ​ໂດຍ​ການ​ບໍລິ​ໂພ​ກພາຍ​ໃນ ​ແລະລາຍ​ຈ່າຍ​ການ​ເງິນ​ທີ່​ສູງ​ສົມຄວນ. ​ໃນ​ປີ 2018, ຟິລິບປິ​ນຈະ​ເລີ່​ມກໍ່​ສ້າງພື້ນຖານ​ໂຄງ​ລ່າງ​ທີ່​ກວມ​ເອົາ​ທາງ​ລົດ​ໄຟ​ໃຕ້​ດິນ​ສາຍ​ທຳ​ອິດ​ ບວກກັບ​ນະ​ໂຍບ​າຍການ​ປະຕິ​ຮູບສ່ວຍ​ສາອາກອນ, ຈຶ່ງ​ເຮັດ​​ໃຫ້​ເສດຖະກິດ​ຟິລິບປິ​ນບັນລຸ​ຈັງຫວະ​ການ​ເຕີບ​ໂຕ​ເຖິງ 7% ​ເປັນຢ່າງ​ໜ້ອຍ.

ທ່ານ​ເບີດ​ທຣານ​ກ່າວ​ຕື່ມ​ວ່າ: ສຳລັບ​ການ​ພັດທະນາ​ເສດຖະກິດ, ລັດຖະບານປະ​ເທດ​ຕົນຮັບ​ປະກັນ​ທາງ​ດ້ານ​ເງິນ​ເຟີ້ກໍຢູ່​​ໃນຂອບ​​ເຂດສາມາດ​ຄວບ​ຄຸມ​ໄດ້. ຕາມ​ຂໍ້​ມູນ​ຂອງ​ກະຊວງ​ການ​​ເງິນ​ຟິລິບປິ​ນ, 11 ​ເດືອນຕົ້ນ​ປີ 2017, ອັດຕາ​ເງິນ​ເຟີ້​ຂອງ​ປະ​ເທດ​ຕົນ​ຢູ່​ໃນ​ລະດັບ 3,2% ກໍຢູ່​​ໃນ​ເປົ້າ​ໝາຍ 2% ຫາ 4% ທີ່​​ລັດຖະບານຄາດ​ໄວ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ