ປີ 2017 ຈີນ​ຮ້ອງ​ຂໍ​ສິດ​ທິ​ບັດຫຼາຍກວ່າ​ໜຶ່ງ​ລ້ານໃບ
2018-01-05 16:21:12  cri 
    ກອງ​ປະ​ຊຸມ​ຫົວ​ໜ້າ​ອົງ​ການ​ຊັບ​ສິນ​ທາງ​ປັນ​ຍາ​ທົ່ວ​ປະ​ເທດ​ຈີນ 2018 ໄດ້​ໄຂ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ​ໃນ​ວັນ​ທີ 4 ມັງ​ກອນນີ້ ໂດຍກອງ​ປະ​ຊຸມ​ແຈ້ງວ່າ, ປີ 2017 ຈີນ​ໄດ້​ຮ້ອງ​ຂໍ​ສິດ​ທິ​ບັດ​ດ້ານ​ປະ​ດິດ​ສ້າງ 1 ລ້ານ 3 ແສນ 8 ໝື່ນ 2 ພັນ​ໃບ, ເພີ່ມ​ຂຶ້ນ 14,2% ເມື່ອ​ທຽບ​ໃສ່​ປີ 2016, ຂະ​ນະ​ດຽວ​ກັນ, ຈີນ​ໄດ້​ຕັ້ງ​ໜ້າ​ຊຸກ​ຍູ້​ການ​ຮ່ວມ​ມື​ສາ​ກົນ​ໃນ​ດ້ານ​ຊັບ​ສິນ​ທາງ​ປັນ​ຍາ ໂດຍ​ໄດ້​ເຊັນ​ສັນ​ຍາ​ຮ່ວມ​ມືຫຼາຍ​ຝ່າຍ​ດ້ານ​ຊັບ​ສິນ​ທາງ​ປັນ​ຍາ 52 ສະ​ບັບ.

    ທ່ານ ເຊີ່ນ​ຊາງ​ຢີ ຫົວ​ໜ້າ​ອົງ​ການ​ຊັບ​ສິນ​ທາງ​ປັນ​ຍາ​ແຫ່ງ​ຊາດ​ຈີນ ກ່າວ​ໃນ​ກອງ​ປະ​ຊຸມມື້​ດັ່ງ​ກ່າວ​ວ່າ, ປີ 2017 ຈຳ​ນວນ​ສິດ​ທິ​ບັດ​ດ້ານ​ປະ​ດິດ​ສ້າງ​ໃໝ່​ທີ່​ຮ້ອງ​ຂໍ ແລະ ຈຳ​ນວນ​ສິດ​ທິ​ບັດດ້ານ​ປະ​ດິດ​ສ້າງ​ໃໝ່​ທີ່​ມີ​ຢູ່​ແລະ​ມີ​ຜົນ​ສັກ​ສິດ​ພາຍ​ໃນ​ປະ​ເທດ ລ້ວນ​ແຕ່​ມີ​ການ​ບຸກ​ທະ​ລຸ, ຂະ​ນະ​ດຽວ​ກັນ, ການ​ປົກ​ປ້ອງ​ຊັບ​ສິນ​ທາງ​ປັນ​ຍາ ກໍ​ເຂັ້ມ​ງວດກວ່າ​ເກົ່າ. ປີ 2018, ຈະ​ຊຸກ​ຍູ້​ການ​ຮ້ອງ​ຂໍ​ສິດ​ທິ​ບັດ​ໃຫ້​ເພີ່ມ​ຂຶ້ນ​ຢ່າງ​ເໝາະ​ສົມ ໂດຍ​ວາງ​ເປົ້າ​ໝາຍ​ຈະ​ເຮັດ​ໃຫ້​ຈຳ​ນວນ​ສິດ​ທິ​ບັດ​ດ້ານ​ການ​ປະ​ດິດ​ສ້າງ​ໃໝ່ ແລະ ດ້ານ​ການ​ປະ​ຍຸກ​ເພີ່ມ​ຂຶ້ນ​ຢູ່​ໃນ​ລະ​ຫວ່າງ 7% ຢ່າງ​ໝັ້ນ​ທ່ຽງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ