ເງິນ​ບາດ​ຂອງ​ໄທ​ແຂງ​ຄ່າ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ
2018-01-05 16:23:14  cri 
    ຫຼັງ​ຈາກ​ເຂົ້າ​ສູ່​ປີ 2018 ແລ້ວ, ເງິນ​ບາດ​ຂອງ​ໄທ ຍັງ​ຮັກ​ສາ​ທ່ວງ​ທ່າ​ແຂງ​ຄ່າ​ຂຶ້ນ​ຢ່າງ​ແຂງ​ແຮງ. ວັນ​ທີ 4 ມັງ​ກອນນີ້, ອັດ​ຕາ​ແລກ​ປ່ຽນ​ເງິນ​ບາດ​ກັບ​ໂດ​ລາ​ສະ​ຫະ​ລັດ ໄດ້​ສູງ​ເຖິງ 32,24 ບາດ​ຕໍ່ 1 ໂດ​ລາ ເຊິ່ງ​ເປັນ​ສະ​ຖິ​ຕິ​ສູງ​ສຸດ​ໃນ​ຮອບ 38 ເດືອນ​ນັບ​ແຕ່​ເດືອນ​ຕຸ​ລາ​ປີ 2014 ຜ່ານ​ມາ.

    ໃນ​ປີ​ຜ່ານ​ມາ, ຍ້ອນ​ວ່າ​ທຶນ​ຕ່າງ​ປະ​ເທດ​ໄດ້​ໄຫຼ​ເຂົ້າ​ຕະຫຼາດ​ຫຸ້ນ​ແລະ​ຕະຫຼາດ​ພັນ​ທະ​ບັດ​ຂອງ​ໄທ​ຢ່າງ​ບໍ່​ຢຸດຢັ້ງ, ເຮັດ​ໃຫ້​ເງິນ​ບາດ​ໄທ​ແຂງ​ຄ່າ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ ໂດຍ​ໄດ້​ແຂງ​ຄ່າ​ຂຶ້ນ​ປະ​ມານ 10% ໃນ​ປີ​ຜ່ານ​ມາ ແລ້ວ​ກາຍ​ເປັນ​ໜຶ່ງ​ໃນ​ເງິນ​ຕາ​ທີ່​ດີ​ທີ່​ສຸດ​ຂອງ​ອາ​ຊີ.

    ແຕ່​ວ່າ, ເຖິງວ່າ​ເງິນ​ບາດ​ໄດ້​ແຂງ​ຄ່າ​ຂຶ້ນຫຼາຍ​ໃນ​ປີ​ຜ່ານ​ມາກໍ​ຕາມ, ແຕ່​ການ​ສົ່ງ​ອອກ​ຂອງ​ໄທ​ຍັງ​ໄດ້​ຟື້​ນ​ຟູ​ຢ່າງ​ແຂງ​ແຮງ. ຕາມ​ຂໍ້​ມູນ​ຂອງ​ກະ​ຊວງ​ການ​ຄ້າ​ໄ​ທ, ນັບ​ແຕ່​ເດືອນ​ມັງ​ກອນ​ຮອດ​ເດືອນ​ພະ​ຈິກ​ປີ​ຜ່ານ​ມາ, ໄທ​ໄດ້​ບັນ​ລຸ​ມູນ​ຄ່າ​ສົ່ງ​ອອກ 216 ຕື້ 950 ລ້ານ​ໂດ​ລາ​, ເພີ່ມ​ຂຶ້ນຫຼາຍກວ່າ 10% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2016 ເຊິ່ງ​ເປັນ​ການເພີ່ມ​ຂຶ້ນ​ສູງ​ສຸດ​ໃນ​ຮອບ 6 ປີ​ຜ່ານ​ມາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ