ອາ​ເມ​ລິ​ກາ​ຢຸດ​ຕິ​ການ​ຊ່ວຍ​ເຫຼືອ​ດ້ານ​ຄວາມ​ໝັ້ນ​ຄົງ​ໃຫ້​ປາ​ກິ​ສະ​ຖານ
2018-01-05 16:25:31  cri 
    ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ​ປະ​ກາດ​ໃນ​ວັນ​ທີ 4 ​ມັງ​ກອນນີ້​ວ່າ, ລັດ​ຖະ​ບານ​ຕົນ​ໄດ້​ຢຸດ​ຕິ​ການ​ຊ່ວຍ​ເຫຼືອ​ດ້ານ​ຄວາມ​ໝັ້ນ​ຄົງ​ທີ່​ມີ​ມູນ​ຄ່າ​ສູງ​ໃຫ້​ປາ​ກິ​ສະ​ຖານ ແລະ​ຈະ​ຟື້ນ​ຟູ​ການ​ຊ່ວຍ​ເຫຼືອ​ໃນ​ເວ​ລາ​ໃດ​ນັ້ນ ຈະ​ພິ​ຈາ​ລະ​ນາ​ເຖິງ​ການ​ສະ​ແດງ​ຂອງ​ປາ​ກິ​ສະ​ຖານ​ໃນ​ການ​ຕ້ານ​ການກໍ່​ການ​ຮ້າຍ.

    ນີ້​ແມ່ນ​ຄັ້ງ​ທີ​ສອງ​ທີ່​ອາ​ເມ​ລິ​ກາ​ຢຸດ​ຕິ​ການ​ຊ່ວຍ​ເຫຼືອ​ເງິນ​ທຶນ​ແກ່​ປາ​ກິ​ສະ​ຖານ​ພາຍ​ໃນ​ເຄິ່ງ​ປີ​ຜ່ານ​ມາ.

    ທ່ານ ເຮ​ເຊີ ໂນ​ເອີດ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ​ກ່າວ​ໃນ​ກອງ​ປະ​ຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ຕອນ​ບ່າຍມື້​ດຽວ​ກັນ​ວ່າ, ລັດ​ຖະ​ບານ​ຕົນ​ຈະ​ງົດ​ການ​ຊ່ວຍ​ເຫຼືອ​ດັ່ງ​ກ່າວ​ຢ່າງ​ຕໍ່​ເນື່ອງ ຈົນ​ກວ່າ​ລັດ​ຖະ​ບານ​ປາ​ກິ​ສະ​ຖານ​​ຈະນຳ​ໃຊ້​ການ​ເຄື່ອນ​ໄຫວ​ແບບ​ຂາດ​ຕົວ​ໃນ​ການ​ປາບ​ປາມ​ກຸ່ມ​ຕາ​ລິ​ບັນ​ຂອງ​ອັ​ຟ​ກາ​ນີ​ສະ​ຖານ ແລະ ເຄືອ​ຂ່າຍ​ຮາ​ຄາ​ນີ ທີ່​ຖືກ​ປະ​ເທດ​ຕົນ​ຈັດ​ເຂົ້າ​ໃນ​ບັນ​ຊີ​ອົງ​ການກໍ່​ການ​ຮ້າຍ.

    ລັດ​ຖະ​ບານ​ປາ​ກິ​ສະ​ຖານ​ໄດ້​ກ່າວ​​ຕອບ​ໂຕ້​ອາ​ເມ​ລິ​ກາຫຼາຍ​ເທື່ອ​ແລ້ວ​ກ່ຽວ​ກັບ​ຄຳ​ຕິ​ຕຽນ​ໃນ​ບັນ​ຫາ​ຕ້ານ​ການກໍ່​ການ​ຮ້າຍ ແລະ​ສະ​ແດງ​ຄວາມ​ຜິດ​ຫວັງ​ຕໍ່​ອາ​ເມ​ລິ​ກາ​ທີ່​ປະ​ໝາດ​ການ​ປະ​ກອບ​ສ່ວນ​ຂອງ​ຕົນ​ໃນ​ການ​ຕ້ານ​ການກໍ່​ການ​ຮ້າຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ