ປີ 2017 ກຳ​ປູ​ເຈຍ​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​ຈີນ​ຫຼາຍກວ່າ 1 ລ້ານ​ເທື່ອ​ຄົນ
2018-01-06 14:46:25  cri 
ຕາມ​ຂ່າວ CRI: ວັນ​ທີ 5 ມັງ​ກອນນີ້ ກະ​ຊວງ​ທ່ອງ​ທ່ຽວ​ຂອງ​ກຳ​ປູ​ເຈຍ​ໄດ້​ປະ​ກາດ​ບົດ​ລາຍ​ງານ ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ, ປີ 2017 ກຳ​ປູ​ເຈຍ​ໄດ້​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​ຈີນ​ຫຼາຍກວ່າ 1 ລ້ານ​ເທື່ອ​ຄົນ, ເພີ່ມ​ຂຶ້ນ​ຫຼາຍກວ່າ​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2016 45%, ກາຍ​ເປັນ​ປະ​ເທດ​ທີ່​ມີ​ນັກ​ທ່ອງ​ທ່ຽວ​ໄປ​ທ່ຽວ​ກຳ​ປູ​ເຈຍ​ຫຼາຍ​ທີ່​ສຸດ.

ບົດ​ລາຍ​ງານ​ຂອງ​ກະ​ຊວງ​ທ່ອງ​ທ່ຽວ​ກຳ​ປູ​ເຈຍ​ໃຫ້ຮູ້​ວ່າ, ປີ​ກາຍນີ້ ກຳ​ປູ​ເຈຍລວມ​ໄດ້​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ 5 ລ້ານ 6 ແສນ​ເທື່ອ​ຄົນ, ຈີນ​ແມ່ນ​ປະ​ເທດ​ທີ່​ນັກ​ທ່ອງ​ທ່ຽວ​ໄປ​ທ່ຽວ​ກຳ​ປູ​ເຈຍ​ຫຼາຍ​ທີ່​ສຸດ, ອັນ​ໄດ້​ສ້າງ​ໂອ​ກາດ​ປະ​ກອບ​ອາ​ຊີບ​ໃຫ້​ກຳ​ປູ​ເຈຍ 6 ແສນ 2 ໝື່ນ​ຕຳ​ແໜ່ງ.

ຂ່າວ​ແຈ້ງວ່າ, ເພື່ອ​ດຶງ​ດູດ ແລະ​ຮັບ​ຕ້ອນ​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ໃຫ້​ດີ, ກຳ​ປູ​ເຈຍ​ມີ​ແຜນ​ຈະ​ລົງ​ທຶນ ແລະ​ພັດ​ທະ​ນາ​ຜະ​ລິດ​ຕະ​ພັນ​ການ​ທ່ອງ​ທ່ຽວ​ຫຼາຍກວ່າ​ເກົ່າ, ແລະ​ປັບ​ປຸງ​ການ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ຂອງ​ແຫຼ່ງ​ທ່ອງ​ທ່ຽວ​ຕ່າງໆ, ເຊັ່ນ ເສັ້ນ​ທາງ, ທ່າ​ກຳ​ປັ່ນ​ການ ແລະ​ສະ​ໜາມ​ບິນ​ເປັນ​ຕົ້ນ.

ຕາມ​ຮູ້​ວ່າ, ປີນີ້ ກຳ​ປູ​ເຈຍ​ຄາດ​ວ່າ​ຈະ​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​ເຖິງ 6 ລ້ານ​ເທື່ອ​ຄົນ, ຈະ​ສ້າງ​ລາຍ​ໄດ້ 4 ຕື້ກວ່າ​ໂດ​ລາ​ສະ​ຫະ​ລັດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ