ຈັດ "ງານ​ດົນ​ຕີ​ອວຍ​ພອນປີ​ໃໝ່ 2018 - ການສຳ​ຜັດ​ກັບ​ອາ​ຊຽນ​ຢ່າງ​ໃກ້​ຊິດ" ​ຢູ່​ເມືອງ​ນານ​ນິງ​ເຂດກວາງ​ຊີ
2018-01-06 16:41:53  cri 
ວັນ​ທີ 5 ມັງ​ກອນ​ນີ້, ງານ​ດົນ​ຕີອວຍ​ພອນ​ປີ​ໃໝ່ 2018 - ການສຳ​ຜັດ​ກັບ​ອາ​ຊຽນ​ຢ່າງ​ໃກ້​ຊິດທີ່​ສູນ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ສາ​ກົນ​ກວາ​ງ​ຊີ ສະ​ມາ​ຄົມ​ມິດ​ຕະ​ພາບ​ຕໍ່​ຕ່າງ​ປະ​ເທດ​ປະ​ຊາ​ຊົນ​ເມືອງ​ນານ​ນິງ ແລະ ຫໍ​ພິ​ພິ​ທະ​ພັນ​ຂອງ​ເມືອງ​ນານ​ນິງ​ຮ່ວມ​ກັນ​ເປັນ​ເຈົ້າ​ພາບ​ໄດ້​ຈັດ​ຂຶ້ນ​ຢູ່​ເມືອງ​ນານ​ນິງ​ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຈ​ວ້າງກວາງ​ຊີ​ຈີນ ເຂົ້າ​ຮ່ວມໂດຍ​ທູ​ຕາ​ນຸ​ທູດ​​ຂອງ​ສະ​ຖານ​ກົງ​ສຸນ​ໃຫຍ່​ປະ​ເທດ​ອາ​ຊຽນ​ປະ​ຈຳ​ນານ​ນິງ​ເຊັ່ນ: ລາວ,ມາ​ເລ​ເຊຍ, ມຽນ​ມາ,ໄທ,ຫວຽດ​ນາມ​ແລະ​ກຳ​ປູ​ເຈຍ​ເປັນ​ຕົ້ນກໍ່​ຄື​ຜູ້​ແທນ​ນັກ​ສຶກ​ສາ​ປະ​ເທດ​ອາ​ຊຽນ​ທີ່ຮຽນ​ຢູ່​ຈີນ.

ໃນ​ງານ​ດົນ​ຕີ, ນັກ​​ດົນ​ຕີ 8 ທ່ານ​ຈາກ​ໂຮງລະ​ຄອນ​ຟ້ອນ​ກວາງ​ຊີ​ໄດ້​ບັນ​ເລງເສບ​ດົນ​ຕີ​ພື້ນ​ເມືອງ​ຂອງ​ຈີນ​ແລະ 10 ປະ​ເທດ​ອາຊຽນ​ດ້ວຍ​ເຄື່ອງ​ດົນ​ຕີ​ພື້ນ​ເມືອງ​ຂອງ​ຈີນ.

ທ່ານ ກ່າວ​ໂສງ ຮອງ​ຫົວ​ໜ້າ​ຄະ​ນະ​​ປະ​ຈຳ​ສະ​ພາ​ຜູ້​ແທນ​ປະ​ຊາ​ຊົນ​ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຈ​ວ້າງກວາງ​ຊີ, ປະ​ທານ​ສູນ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ສາ​ກົນ​ກວາງ​ຊີ​ກ່າວ​ວ່າ: ເຂດກວາງ​ຊີ​ໄດ້​ມີ​ສາຍ​ພູ​ແລະ​ແມ່​ນ້ຳ​ຕິດ​ຈອດ​ກັນ​ກັບ​​ປະ​ເທດອາ​ຊຽນ,ຫວັງ​ວ່າ​ຜ່ານ​ຈາກງານ​ດົນ​ຕີ​ຄັ້ງ​ນີ້,​ຈະ​ສາ​ມາດເພີ່ມ​ທະ​ວີ​ການ​ແລ​ກ​ປ່ຽນ​ດ້ານ​ວັດ​ທະ​ນະ​ທຳ​ລະ​ຫວ່າງ​ສອງ​ຝ່າຍ,ຊຸກ​ຍູ້​ຄວາມ​ເຂົ້າ​ໃຈ​ແລະ​ມິດ​ຕະ​ພາບ​ລະ​ຫວ່າງ​ຈີນ​ກັບ​ບັນ​ດາ​ປະ​ເທດ​ອາ​ຊຽນ,ຊຸກ​ຍູ້ຄວາມ​ເຂົ້າ​ໃຈ​ລະ​ຫວ່າງ​ປະ​ຊາ​ຊົນ​ຂອງ​ສອງ​ຝ່າຍ.

ເຂດກວາງ​ຊີ​ແມ່ນ​ແນວໜ້າ​ທີ່​ເຊື່ອມ​ຕໍ່​ຈີນ​ກັບ​ອາ​ຊຽນ,ກໍ່​ແມ່ນ​ເຂດ​ທີ່​ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​ຫຼາຍ​ຈາກ​ນັກ​ສຶກ​ສາ​ຂອງ​ປະ​ເທດ​ອາ​ຊຽນ​ທີ່​ໄປ​ຮຽນ​ຢູ່​ຈີນ, ການ​ແລ​ກ​ປ່ຽນ​ນັກ​ສຶ​ກ​ສາ​ລະ​ຫວ່າງ​ສອງ​ຝ່າຍ​ໄດ້​ບັນ​ລຸ​ຈຳ​ນວນ​ຫຼາຍກວ່າ 1 ໝື່ນ​ຄົນ​ແລ້ວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ