ຈີນ​ຮຽກ​ຮ້ອງ​ໃຫ້​ຝ່າຍ​ທີ່​ກ່ຽວ​ຂ້ອງຈົ່ງ​ກຳ​ໂອ​ກາດ​ອັນ​ຕັ້ງໜ້າ​​ໃນ​ສະ​ຖາ​ນະ​ການ​ແຫຼມ​ເກົາ​ຫຼີ
2018-01-06 13:59:19  cri 

ວັນ​ທີ 5 ມັງ​ກອນ​ນີ້, ໃນ​ກອງ​ປະ​ຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ, ທ່ານ​ເກີງ​ສວງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ, ຈີນ​ຮຽກ​ຮ້ອງ​ອີກ​​ເທື່ອ​ໜຶ່ງ​ໃຫ້​ຝ່າຍ​ທີ່​ກ່ຽວ​ຂ້ອງ​ທັງ​ຫຼາຍ​ຈົ່ງຮ່ວມ​ກັບ​ຈີນ ເສີມ​ຂະ​ຫຍາຍ​ບົດ​ບາດ​ທີ່​ຄວນ​​ມີ ຫາບ​ແບກ​ໜ້າ​ທີ່​ທີ່​ຄວນ​ຮັບ, ກຳ​ໂອ​ກາດ​ອັນ​ຕັ້ງ​ໜ້າ​​ທີ່​ເກີດ​ຂຶ້ນ​ໃນສະ​ຖາ​ນະ​ການ​ແຫຼມ​ເກົາ​ຫຼີ​ໃນ​ປັດ​ຈຸ​ບັນ, ທຳ​ຄວາມ​ທຳ​ຍາ​ຍາມ​ຮ່ວມ​ກັນ, ຍາດ​ແຍ່ງ​ເຮັດ​ໃຫ້​ບັນ​ຫາ​ແຫຼມ​ເກົາ​ຫຼີ​ໄດ້​ຮັບ​ການ​ແກ້​ໄຂ​ໂດຍ​ຜ່ານ​ການ​ສົນ​ທະ​ນາ ແລະ ປຶກ​ສາ​ຫາ​ລື​ດ້ວຍ​ສັນ​ຕິ​ວິ​​ທີ​ທີ່ຖືກ​ຕ້ອງໂດຍ​ໄວ.

ມີ​ນັກ​ຂ່າວ​ຖາມ​ວ່າ, ຂ່າວ​ແຈ້ງວ່າ, ວັນ​ທີ 5 ມັງ​ກອນ​ນີ້, ໂຄ​ສົກ​ກະ​ຊວງໂຮມ​ປະ​ເທດ​ເຂົ້າ​ເປັນ​ເອ​ກະ​ພາບ​​ຂອງສ.ເກົາ​ຫຼີ​ກ່າວ​ວ່າ, ​ມື້​ດຽວ​ກັນ, ສ​ປ​ປ​ເກົາ​ຫຼີ​ກ່າວ​ວ່າ ເຫັນ​ດີ​ຂໍ້​ສະ​ເໜີ​​ຂອງ​ສ.ເກົາ​ຫຼີ​​ກ່ຽວ​ກັບ​ການຈັດ​ການ​ເຈ​ລະ​ຈາ​ຂັ້ນ​ສູງ​ລະ​ຫວ່າງ​ສອງ​ເກົາ​ຫຼີ​ຢູ່ປານ​ມູນ​ຈອມ​ໃນ​ວັນ​ທີ 9 ມັງ​ກອນ​ນີ້. ທ່າ​ທີ​ຂອງ​ຈີນ​ເປັນ​ແນວ​ໃດ​ຕໍ່​ເລື່ອງ​ນີ້?

ທ່ານ​ເກີງ​ສວງ​ກ່າວ​ວ່າ, ໃນ​ຖາ​ນະ​ທີ່​ເປັນ​ປະ​ເທດ​ໃກ້​ຄຽງ​ຂອງ​ແຫຼມ​ເກົາ​ຫຼີ, ຈີນຍິນ​ດີ​ຕ້ອນ​ຮັບ ແລະ ສະ​ໜັບ​ສະ​ໜູນ​ສອງ​ເກົາ​ຫຼີໃຊ້​ການ​ກະ​ທຳ​ອັນ​ຕັ້ງ​ໜ້າ​​ເພື່ອ​ປົວ​ແປງ​ການ​ພົວ​ພັນ​ໃຫ້​ດີ​. ຈີນ​ຫວັງ​ໃຫ້​ປະ​ຊາ​ຄົມ​ໂລກ​ສະ​ໜັບ​ສະ​ໜູນ​ຕໍ່​ເລື່ອງ​ນີ້, ພ້ອມ​ກັນ​ທຳ​ຄວາມ​ພະ​ຍາ​ຍາມ​ເພື່ອ​ຊອກ​ພົບ​ວິ​ທີ​ບັນ​ເກີດ​ຜົນ​ດີ​ເພື່ອ​ຜ່ອນ​ຄາຍ​ສະ​ຖາ​ນະ​ການ​ອັນ​ເຄັ່ງ​ຕຶງ, ເພີ່ມ​ທະ​ວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ແລະ ຟື້ນ​ຟູ​ການ​ສົນ​ທະ​ນາ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ