ປະ​ທາ​ນາ​ທິ​ບໍ​ດີ​ຝ​ຣັ່ງ​ຈະ​ຢ້ຽມ​ຢາມ​ຈີນ​ທາງ​ລັດ​ຖະ​ກິດ
2018-01-06 14:30:45  cri 

ວັນ​ທີ 5 ມັງ​ກອ​ນ​ນີ້, ໃນ​ກອງ​ປະ​ຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ທີ່​ປັກ​ກິ່ງ, ທ່ານ​ເກີງ​ສວງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນໃຫ້​ຮູ້​ວ່າ, ໂດຍ​ຕອບ​ສະ​ໜອງ​ຕາມ​ຄຳ​ເຊີນ​ຂອງ​ທ່ານ​ສີ​ຈີ້ນ​ຜີງ ປະ​ທານ​ປະ​ເທດ​ຈີນ, ທ່ານ​ເອ​ມະ​ນຸເອວ ມາ​ກາ​ຣົນ ປະ​ທາ​ນາ​ທິ​ບໍ​ດີ​ຝ​ຣັ່ງ​ຈະ​ຢ້ຽມ​ຢາມ​ຈີນ​ທາ​ງ​ລັດ​ຖະ​ກິດ​ແຕ່​ວັນ​ທີ 8 ຫາ​ວັນ​ທີ 10 ມັງ​ກອນ​ນີ້,ສອງ​ຝ່າຍ​ຈະ​ແລກ​ປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ​ຢ່າງ​ເລິກ​ເຊິ່ງ​ຕໍ່​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ ແລະ ບັນ​ຫາ​ທີ່​ສົນ​ໃຈ​ນຳ​ກັນ.

ທ່ານ​ເກີງ​ສວງ​ກ່າວ​ວ່າ, ການ​ຢ້ຽມ​ຢາມ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ມາ​ກາ​ຣົນ​ເທື່ອ​ນີ້​ແມ່ນ​ທ່ານ​ຢ້ຽມ​ຢາມ​ຈີນ​ທາງ​ລັດ​ຖະ​ກິດ​ເປັນ​ເທື່ອ​ທຳ​ອິດ, ມີ​ຄວາມ​ໝາຍ​ສຳ​ຄັນ​ເໝືອນ​ດັ່ງ​ຂົວ​ຕໍ່​ໃນການ​ພົວ​ພັນ​ຈີນ-ຝ​ຣັ່ງ. ໃນ​ໄລ​ຍະ​ຢ້ຽມ​ຢາມ, ປະ​ມຸກ​ລັດ​ສອງ​ປະ​ເທດ​ຈະ​ຫວນ​ຄືນ ແລະ ຈ້ອງມອງ​ການ​ພົວ​ພັນ​ຈີນ-ຝ​ຣັ່ງຢ່າງ​ຮອບ​ດ້ານ, ບົນ​ພື້ນ​ຖານ​ທີ່​ສະ​ຫຼຸບ​ບົດ​ຮຽນ​ທີ່​ໄດ້​ມີ​ຢູ່​ແລ້ວ, ຍົກ​ລະ​ດັບຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ທາງ​ການ​ເມືອງ, ຮັດ​ແໜ້ນ​ຄວາມ​ຮັບ​ຮູ້​ຄື​ກັນ​ດ້ານ​ຍຸດ​ທະ​ສາດ, ຊີ້​​ນຳ​ພາ​ການ​ແລ​ກ​ປ່ຽນ ແລະ ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ຂົງ​ເຂດ​ຕ່າງໆ ເຊັ່ນ ການ​ເມືອງ, ເສດ​ຖະ​ກິດ​ການ​ຄ້າ ແລະ ວັດ​ທະ​ນະ​ທຳ​ເປັນ​ຕົ້ນ, ຈັດ​ວາງ​ແຜນ​ການ, ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ຈີນ-ຝ​ຣັ່ງ​ທີ່​ສະ​ໜິດ​ແໜ້ນ ແລະ ຖາ​ວອນນັ້ນ​ກ້າວ​ເຂົ້າ​ສູ່​ລະ​ດັບ​ໃໝ່.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ