ຣັດ​ເຊຍ​ເລິ່ມ​ເຮັດ​ວຽກ​ຂໍ​ລາຍ​ເຊັນ​ຂອງ​ຜູ້​​ມີ​ສິດ​ເລືອກ​ຕັ້ງ​ເພື່ອ​ທ່ານ​ປູ​ຕິນ​ແຂງ​ຂັນ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ຊຸດໃໝ່
2018-01-06 14:34:44  cri 

ວັນ​ທີ 5 ມັງ​ກອນ​ນີ້, ຣັດ​ເຊຍ​ເລິ່ມກິດ​ຈະ​ກຳ​ຂໍ​ລາຍ​ເຊັນຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງຢ່າງ​ເປັນ​ທາງ​ການ​ ເພື່ອ​ທ່ານ​ປູ​ຕິນ​ເຂົ້າ​ຮ່ວມ​ການແຂງ​ຂັນ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ຊຸດ​ໃໝ່​ໃນ​ປີ 2018 ເຊິ່ງວຍກ​ດັ່ງ​ກ່າວ​ແມ່ນ​ໄດ້​ເລິ່ມ​ຈາກຕົວ​ເມືອງ​ຕາ​ເວັນ​ອອກ​ໄກຕ່າງໆ ເຊັ່ນ, ວູ​ລາ​ດີ​ວູ​ສ​ໂດກ ຮາ​ບາ​ໂລ​ຟ​ສະ​ໂກ​ແລະ​ເມືອງ​ອື່ນໆ.

ວັນ​ທີ 27 ທັນ​ວາ​ປີ​ກາຍ​ນີ້, ທ່ານ​ປູ​ຕິນ​ໄດ້​ສະ​ເໜີ​ເອ​ກະ​ສານ​ກ່ຽວ​ກັບ​​ການເຂົ້າ​ຮ່ວມການ​ເລືອກ​ຕັ້ງ​ປີ 2018 ໃນ​ຖາ​ນະ​ທີ່​ເປັນ​ຜູ້​ສະ​ໝັກ​ຮັບ​ການ​ເລືອກ​ຕັ້ງ​​ເອ​ກະ​ລາດ​ໃຫ້​ແກ່​ຄະ​ນະ​ກຳ​ມະ​ການ​ເລືອກ​ຕັ້ງ​ສູນ​ກາງ​ຣັດ​ເຊຍ.

ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 18 ມີ​ນາ​ປີ 2018, ເຊິ່ງ​ໄດ້​​ເລິ່ມ​ຕົ້ນແຕ່​ວັນ​ທີ 12 ທັນ​ວາ​ປີ 2017 ຢ່າງ​ເປັນ​ທາງ​ການ​ເປັນ​ຕົ້ນ​ມາ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ