ຫຼາຍປະ​ເທດ​ອາ​ຣັບ​ຈະ​ສືບ​ຕໍ່​​ຕໍ່​ຕ້ານ​ຂໍ້​ຕົກ​ລົງ​ຂອ​ງ​ອາ​ເມ​ລິ​ກາ​ທີ່​ຮັບ​ຮູ້​ເຢຣູ​ຊາ​ເລັມ​ເປັນ​ນະ​ຄອນຫຼວງ​ຂອງ​​ປະ​ເທດອິ​ສ​ຣາ​ແອນ
2018-01-07 13:22:41  cri 
ວັນ​ທີ6ມັງ​ກອນ​ນີ້, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຂອງ 6 ປະ​ເທດ​ອາ​ຣັບ ແລະ ເລ​ຂາ​ທິ​ການ​ໃຫຍ່​ສັນ​ນິ​ບາດ​ອາ​ຣັບ​ໄດ້​ຈັດ​ກອງ​ປະ​ຊຸມ​ຢູ່​ນະ​ຄອນ​ຫຼວງ​ອານ​ມານ​ຂອງ​ປະ​ເທດ​ຊອກ​ດາ​ນີ, ​ໂດຍກ່າວ​ຢ້ຳ​ເຖິງ​ການຕໍ່​ຕ້ານ ແລະ​ປະ​ທ້ວງ​ຕໍ່​ຂໍ້​ຕົກ​ລົງ​ຂອງ​ອາ​ເມ​ລິ​ກາ​ທີ່​ຮັບ​ຮູ້​ເຢ​ຣູ​ຊາ​ເລັມ​ເປັນ​ນະ​ຄອນຫຼວງ​ຂອງ​​ປະ​ເທດອິ​ສ​ຣາ​ແອນ, ທັງ​ກ່າວ​ວ່າ ປະ​ເທດ​ອາ​ຣັບ​ຈະ​ຍຶດ​ໝັ້ນຫຼັກ​ໝັ້ນ​ຂອງ​ຕົນ​ໃນ​ບັນ​ຫາ​ເຢ​ຣູ​ຊາ​ເລັມ.

ໃນພິ​ທີ​ຖະ​ແຫຼງ​ຂ່າວຫຼັງ​ກອງ​ປະ​ຊຸມ, ທ່ານ​ອາ​ມັດ ເກັດ, ເລ​ຂາ​ທິ​ການ​ໃຫຍ່​ສັນ​ນິ​ບາດ​ອາ​ຣັບ​ກ່າວ​ວ່າ, ສຳ​ລັບ​ຂໍ້​ຕົ​ກ​ລົງ​ຂອງ​ອາ​ເມ​ລິ​ກາ​ທີ່​ຮັບ​ຮູ້​ເຢ​ຣູ​ຊາ​ເລັມ​ເປັນ​ນະ​ຄອນຫຼວງ​ຂອງ​ປະ​ເທດ​ອິ​ສ​ຣາ​ແອນ​ນັ້ນ, ຫຼາຍປະ​ເທດ​ອາ​ຣັບ​ໄດ້​ມີ​ຄວາມ​ເຫັນ​ເປັນ​ເອ​ກະ​ພາບ​ກັນ. ທ່ານ​ກ່າວ​ວ່າ, ປະ​ເທດ​ທີ່​ເຂົ້າ​ຮ່ວມກອ​ງ​ປະ​ຊຸມ​ຈະ​ສືບ​ຕໍ່​ຍຶດ​ໝັ້ນຫຼັກ​ໝັ້ນ​ຂອງ​ປະ​ເທດ​ອາ​ຣັບ, ເພື່ອ​ສະ​ກັດ​ກັ້​ນ​ຂໍ້​ຕົກ​ລົງ​ດັ່ງ​ກ່າວ​ຂອງ​ອາ​ເມ​ລິ​ກາ.

ວັນ​ທີ 6 ທັນ​ວາ​ປີ​ຜ່ານ​ມາ, ທ່ານ​ໂດ​ນັນ ທ​ຣຳ, ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ໄດ້​ປະ​ກາດ​ຮັບ​ຮູ້ເຢ​ຣູ​ຊາ​ເລັມ​ເປັນ​ນະ​ຄອນຫຼວງ​ຂອງ​​ປະ​ເທດອິ​ສ​ຣາ​ແອນ, ແລະກຽມ​ຈະ​​ຍົກ​ຍ້າຍ​ສະ​ຖານ​ທູດ​ອາ​ເມ​ລິ​ກາ​ປະ​ຈຳ​ອິ​ສ​ຣາ​ແອນ​ຈາກ​ເຕ​ລາ​​ວິບ ໄປ​ສູ່​ເຢ​ຣູ​ຊາ​ເລັມ. ປະ​ຊາ​ຄົມ​ໂລກ​ໄດ້​ຄັດ​ຄ້ານ​ເລື່ອງ​ນີ້​ໂດຍ​ທົ່ວ​ໄປ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ