ຫຼັງລັດ​ວີ​ເຂົ້າ​ເປັນ​ສະ​ມາ​ຊິກ​ສະ​ຫະ​ພາບ​ເອີ​ລົບ​ແລ້ວ​ປະ​ຊາ​ກອນຫຼຸດ​ລົງ​ເກືອບ 20%
2018-01-07 15:23:09  cri 
ຕົວ​ເລກ​ສະ​ຖິ​ຕິ​ຂອງ​ສະ​ຫະ​ປະ​ຊາ​ຊາດ​ສະ​ແດງ​ໃຫ້​ເຫັນ​ວ່າ, ພາຍຫຼັງ​ລັດ​ວີ​ເຂົ້າ​ເປັນ​ສະ​ມາ​ຊິກ​ສະ​ຫະ​ພາບ​ເອີ​ລົບ​ໃນ​ປີ 2004 ເປັນ​ຕົ້ນ​ມາ, ປະ​ຊາ​ກອນ​ໄດ້ຫຼຸດ​ລົງ​ເກືອບ 20%, ໃນ​ນັ້ນ​ສ່ວນຫຼາຍ​ໄປ​ຊອກວຽກ​ເຮັດ​ງານ​ທຳ​ຢູ່​ອັງ​ກິດ, ອຽກ​ລັງ, ເຢຍ​ລະ​ມັນ ແລະ​ປະ​ເທດ​ສະ​ຫະ​ພາບ​ເອ​ລົ​ບ​ອື່ນໆ​ທີ່​​ຈະ​ເລີນກວ່າ.

ອີງ​ຕາມ​ບົດ​ລາຍ​ງານ​ທີ່​ເຜີຍ​ແຜ່​ໃນ​ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ປີ 2000ລັດ​ວີ​ມີ​ປະ​ຊາ​ກອນ​ປະ​ມານ 2,38ລ້ານ​ຄົນ, ແຕ່​ເມື່ອ​ຮອດ​ຕົ້ນ​ປີ 2018ເຫຼືອ​ແຕ່ 1,95ລ້ານ​ຄົນ​ເທົ່າ​ນັ້ນ. ຕົວ​ເລກ​ສະ​ຖິ​ຕິ​ຂອງ​ສະ​ຫະ​ປະ​ຊ​າ​ຊາດ​ສະ​ແດງ​ໃຫ້​ເຫັນ​ວ່າ, ນັບແຕ່​ເຂົ້າ​ເປັນ​ສະ​ມາ​ຊິກ​ສະ​ຫະ​ພາບ​ເອີ​ລົບ​ເປັນ​ຕົ້ນ​ມາ, ປະ​ຊາ​ກອນ​ລັດ​ວີ​ໄດ້ຫຼຸດ​ລົງ​ 18%.

ບັນ​ຫາ​ທີ່​ປະ​ຊາ​ກອນຫຼຸດ​ໜ້ອຍ​ລົງ​ຂອງ​ລັດ​ວີ​ຍິ່ງ​ພົ້ນ​ເດັ່ນກວ່າ​ຢູ່​ເຂດ​ຊົນ​ນະ​ບົດ​ໃກ້​ຊາຍ​ແດນ​ຣັດ​ເຊຍ, ເຊິ່ງ​ຢູ່​ບ່ອນ​ນັ້ນ​ລາຍ​ຮັບ​ສະ​ເລ່ຍ​ຕໍ່​ຫົວ​ຄົນ​ເປັນ​ພຽງ​ແຕ່​ເຄິ່ງ​ໜຶ່ງ​ຂອງ​ລາຍ​ຮັບ​ເຂດ​ອື່ນໆ​ຂອງ​ລັດ​ວີ.

ນອກ​ນີ້, ຊາວ​ໜຸ່ມ​ຈຳ​ນວນ​ໜຶ່ງ​ໄປ​ຊອກວຽກ​ເຮັດ​ງານ​ທຳຢູ່​ນະ​ຄອນ​ຫຼວງ​ລີ​ກາ​ຂອງ​ລັດ​ວີ, ເຊິ່ງ​ເຮັດ​ໃຫ້​ປະ​ຊາ​ກອນ​ຂອງ​ລີ​ກາ​ໄດ້​ເພີ່ມ​ຂຶ້ນ​ຈຳ​ນວນ​ໜຶ່ງ, ແຕ່​ຄົນ​ສ່ວນຫຼາຍ​ໄດ້​ເລືອກ​ໄປ​ຊອກວຽກ​ຢູ່​ຕ່າງ​ປະ​ເທດ.

ເຈົ້າ​ໜ້າ​ທີ່ລັດ​ຖະ​ບານ​ລັດ​ວີ​ກ່າວ​ວ່າ, ຊາວ​ຍົກ​ຍ້າຍ​ຖິ່ນ​ຖາ​ນ​ຍ້ອນ​ສາ​ເຫດ​ເສດ​ຖະ​ກິດ​ບໍ່​ແມ່ນ​ສາ​ເຫດ​ພຽງ​ຢ່າງ​ດຽວ​ທີ່​ເຮັດ​ໃຫ້​ປະ​ຊາ​ກອນ​ໜ້ອຍ​ລົງ, ອັດ​ຕາ​ການ​ເກີດ​ຕ່ຳ ແລະ​ອັດ​ຕາ​ການ​ຕາຍ​ສູງ ກໍ​ເປັນ​ສາ​ເຫດ​ສຳ​ຄັນ​ທີ່​ເຮັດ​ໃຫ້​ປະ​ຊາ​ກອນຫຼຸດ​ໜ້ອຍ​ລົງ.

ຊ່ຽວ​ຊານ​ຊີ້​ວ່າ, ປະ​ຊາ​ກອນຫຼຸດ​ລົງ​ໄວ​ເກີນ​ໄປ​ໄດ້​ກາຍ​ເປັນ​ບັນ​ຫາ​ອັນ​ໜັກ​ໜ່ວງ​ທີ່​ກະ​ທົບ​ເຖິງ​ການ​ພັດ​ທະ​ນາ​ຂອງ​ລັດ​ວີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ