ພິທີມອບຮັບເຮືອນພັກເຄື່ອນທີ່ 100 ຊຸດທີ່ຈີນຊ່ວຍເຫຼືອມຽນມ້າຈັດຂຶ້ນຢູ່ຢາງກຸ້ງ
2018-01-07 14:40:49  cri 

ວັນທີ 6 ມັງກອນນີ້, ພິທີມອບຮັບເຮືອນພັກເຄື່ອນທີ່ 100 ຊຸດທີ່ຈີນຊ່ວຍເຫຼືອມຽນມາໄດ້ຈັດຂຶ້ນຢູ່ທ່າກຳປັ່ນອຸດສາຫະກຳຢາງກຸ້ງມຽນມາ. ທ່ານຫົງລ້ຽງ ເອກອັກຄະລັດຖະທູດຈີນປະຈຳມຽນມາ ແລະ ທ່ານອູວິນຄາຍ ລັດຖະມົນຕີກະຊວງການກໍ່ສ້າງມຽນມາໄດ້ເຂົ້າຮ່ວມພິທີ.

ທ່ານຫົງລ້ຽງກ່າວໃນພິທີວ່າ, ຫວັງວ່າການບໍລິຈາກເຮືອນພັກເຄື່ອນທີ່ຄັ້ງນີ້ສາມາດຊ່ວຍເຫຼືອລັດຖະບານມຽນມາເພື່ອສັບຊ້ອນປະຊາຊົນພະເນຈອນຂອງລັດຍະໄຂ່ໃຫ້ດີຂຶ້ນຕື່ມອີກ, ຈີນຍິນດີໃຫ້ການຊ່ວຍເຫຼືອຕື່ມອີກຕາມຄວາມຕ້ອງການຂອງມຽນມາ. ທ່ານຫົງລ້ຽງຍັງກ່າວວ່າ, ຈີນສະໜັບສະໜູນມຽນມາທຳຄວາມພະຍາຍາມເພື່ອຮັກສາຄວາມໝັ້ນຄົງຂອງລັດຍະໄຂ່, ຮຽກຮ້ອງໃຫ້ປະຊາຄົມໂລກໃຫ້ການຊ່ວຍເຫຼືອທີ່ມີລັກສະນະສ້າງສັນແກ່ມຽນມາ.

ທ່ານອູວິນຄາຍກ່າວວ່າ, ເຮືອນພັກເຄື່ອນທີ່ທີ່ຈີນບໍລິຈາກໃຫ້ມຽນມາໃນເດືອນກຸມພາປີ 2016 ໄດ້ເສີມຂະຫຍາຍບົດບາດອັນຕັ້ງໜ້າຢູ່ລັດຍະໄຂ່ແລະເຂດປະສົບໄພອື່ນໆ. ທ່ານຂໍຕາງໜ້າລັດຖະບານມຽນມາຂອບໃຈຈີນທີ່ໄດ້ໃຫ້ການຊ່ວຍເຫຼືອໃນເວລາມຽນມາມີຄວາມຕ້ອງການ.

ຂ່າວແຈ້ງວ່າ, ນີ້ແມ່ນເທື່ອທີ 2 ທີ່ຈີນບໍລິຈາກເຮືອນພັກເຄື່ອນທີ່ໃຫ້ແກ່ມຽນມາ, ຈີນເຄືຍບໍລິຈາກເຮືອນພັກເຄື່ອນທີ່ 232 ຊຸດໃຫ້ລັດຖະບານມຽນມາໃນເດືອນກຸມພາ ປີ 2016ເພື່ອຊ່ວຍມຽນມາສັບຊ້ອນປະຊາຊົນປະສົມໄພນ້ຳຖ້ວມ.

ນອກນີ້, ຈີນຍັງໃຫ້ການສະໜັບສະໜູນດ້ານບຸກຄະລາຄອນແລະເຕັກນິກ, ຊີ້ນຳພະນັກງານມຽນມາຕິດຕັ້ງເຮືອນພັກເຄື່ອນທີ່ ແລະ ຊ່ວຍອົບຮົມຊ່າງເຕັກນິກມຽນມາ.


1  2  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ