ການ​ສຳ​ມະ​ນາ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ​ມາ​ເລ​ເຊຍ​ເປີດ​ໂອ​ກາດ​ໃໝ່
2018-01-08 10:09:36  cri 
ພິ​ທີ​ເປີດ​ຊຸດ​ສຳ​ມະ​ນາ​ນັກ​ທຸ​ລະ​ກິດ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ"​ພາຍ​ໃຕ້​ການ​ເປັນ​ເຈົ້າ​ພາບ​ຂອງ​ສະ​ຫະ​ພັນ​ຊາວ​ມາ​ເລ​ເຊຍ​ເຊື້ອ​ສາຍ​ຈີນ ​ເຊິ່ງ​ເປັນພັກ​ຮ່ວມ​ລັດ​ຖະ​ບານ​ມາ​ເລ​ເຊຍ​ໄດ້​ຈັດ​ຂຶ້ນ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ຣາ​ມານ​ມາ​ເລ​ເຊຍ​ໃນ​ວັນ​ທີ 6 ມັງ​ກອນ​ນີ້​ໂດຍ​ມີ​ນັກ​ວິ​ຊາ​ການ​ແລະ​ຜູ້​ຕາງ​​​ໜ້ານັກ​ທຸ​ລະ​ກິດ​ຈີນ​ແລະ​ມາ​ເລ​ເຊຍ​ 100 ກວ່າ​ທ່ານ​ເຂົ້າ​ຮ່ວມ.

ທ່ານ​ໂຮກອກ​ຊຸງ ຮອງ​ປະ​ທານ​ສະ​ຫະ​ພັນ​ຊາວ​ມາ​ເລ​ເຊຍ​ເຊື້ອ​ສາຍ​ຈີນ​ປະ​ກອບ​ຄຳ​ເຫັນ​ໃນ​ໂອ​ກາດ​ເປີດ​ຊຸດ​ສຳ​ມະ​ນາ​ວ່າ: ມິດ​ຕະ​ພາບ​ມາ​ເລ​ເຊຍ-ຈີນ​ມີ​ປະ​ຫວັດ​ສາດ​ອັນ​ຍາວ​ນານ, ຫຼັງ​ຈາກ​ຈີນ​ສະ​ເໜີ​ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ"​ແລ້ວ, ຝ່າຍ​ຕ່າງໆ​ຂອງ​ມາ​ເລ​ເຊຍ​ກໍ​ໄດ້​ຕັ້ງ​ໜ້າ​ເຂົ້າ​ຮ່ວມ​, ແລະ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ, ວັດ​ທະ​ນະ​ທຳ,ການ​ສຶກ​ສາ​ແລະ​ຂົງ​ເຂດ​ອື່ນໆ​ໄດ້​ຮັບ​ຜົນ​ສຳ​ເລັດ​ຢ່າງຫຼວງຫຼາຍ ແລະ​ມີ​ທ່າ​ແຮງ​ບົ່ມ​ຊ້ອນ​ຢ່າງ​ມະ​ຫາ​ສານ.

ທ່ານ​ຊ້າຍ​ປາວ​ສຽງ ປະ​ທານ​ບໍ​ລິ​ຫານ​ງານ​ສູນ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ"​ທີ່​ສັງ​ກັດ​ສະ​ຫະ​ພັນ​ຊາວ​ມາ​ເລ​ເຊຍ​ເຊື້ອ​ສາຍ​ຈີນ​ກ່າວ​ວ່າ: ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ"​ຂອງ​ຈີນ​ໄດ້​ສ້າງ​ໂອ​ກາດ​ການ​ຮ່ວມ​ມື​ຢ່າງ​ໃຫຍ່ຫຼວງໃຫ້​ແກ່​ປະ​ເທດ​ອາ​ຊຽນ​ເຊິ່ງ​ລວ​ມ​ທັງ​ມາ​ເລ​ເຊຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ