ຊີ​ວິດ​ປະ​ຈຳ​ວັນ​ຂອງ​ໝີ​ແພນ​ດາ​ໃນລະ​ດູ​ໜາວ
2018-01-08 15:49:06  cri 

ຫຼາຍ​ມື້​ມາ​ນີ້, ອຸ​ຫະ​ພູມ​ສະ​ເລ່ຍ​ຢູ່​ນະ​ຄອນ​ສາງ​ຊຸນ ແຂວງ​ຈີ​ລິນ ທາງ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ​ຈີນ​ໄດ້​ຕິດ​ລົບ 15 ອົງ​ສາ. ໃນ​ຫໍ​ໝີ​ແພນ​ດາ​ຂອງ​ສວນ​ເສືອ​ຊີ​ເບຣີ ແຂວງ​ຈີ​ລິນ, ພະ​ນັກ​ງານ​ໄດ້​ກຽມ​ພ້ອມ​ແລ້ວ​ເພື່ອ​ໃຫ້​ໝີ​ແພນ​ດາ​ສອງ​ໂຕ​ທີ່​ມີ​ຊື່​ວ່າ ເຈ່ຍ​ເຈ່ຍ​ແລະ ເມີ້ງ​ເມີ້ງ ດຳ​ລົງ​ຊີ​ວິດ​ຢ່າງ​ສຸກ​ສະ​ບາຍ​ໃນ​ໄລ​ຍະ​ລະ​ດູ​ໜາວ​ປີ​ທີ​ສາມ​ຢູ່​ໃນ​ສວນ​ດັ່ງ​ກ່າວໂດຍໃນ​ຫໍ​ໝີ​ແພນ​ດາ​ໄດ້​ຕິດ​ຕັ້ງ​ແອ, ລະ​ບົບ​​ປ່ຽນ​ຖ່າຍ​ອາ​ກາດ ແລະ​ອຸ​ປະ​ກອນ​ອື່ນໆ​ເພື່ອ​ຄວບ​ຄຸມ​ອຸນ​ຫະ​ພູມ​ແລະ​ຄວາມ​ຊຸ່ມ​ຂອງ​ສະ​ຖານ​ທີ່​ດຳ​ລົງ​ຊີ​ວິດ​ຂອງ​ໝີ​ແພນ​ດາ​ໃຫ້​ໄດ້​ມາດ​ຕະ​ຖານ​ຢ່າງ​ເຂັ້ມ​ງວດ. ຜູ້​ລ້ຽງ​ໝີ​ແພນ​ດາ​ໄດ້​ສີດ​ນ້ຳ​ໃສ່​ໄມ້​ໄຜ່​ເພື່ອ​ຮັກ​ສາ​ຄວາມ​ສົດ​ຂອງ​ມັນ ເຊິ່ງ​ໄດ້​ຮັກ​ສາ​ໄວ້​ໃນ​ຫ້ອງ​ປັບ​ອຸນ​ຫະ​ພູມ​ຄົງ​ທີ່. ໃນ​ດ້ານ​ອາ​ຫານ​ການ​ກິນ, ທຸກໆ 5 ມື້, ທາງ​ສວນ​ເສືອ​ຊີ​ເບ​ຣີກໍໄດ້ຂົນ​ສົ່ງ​ໄມ້​ໄຜ່ 500 ກິ​ໂລ​ທາງ​ອາ​ກາດ​ຈາກ​ແຂວງ​ເສ​ສວນ​ ທັງ​ໃຫ້​ອາ​ຫານ​ເສີມ 4 ໂຕນ​ຕໍ່​ມື້ ເພື່ອ​ຮັບ​ປະ​ກັນ​ໝີ​ແພນ​ດາ​ສາ​ມາດ​ກິນ​ອາ​ຫານ​ໄດ້​ຢ່າງ​ສົມ​ສ່ວນ ແລະ​ໄດ້​ຊິມ​ອາ​ຫານ​ແຊບ​ທີ່​ຕົນ​ນິ​ຍົມ​ທີ່​ສຸດ.

1  2  3  4  5  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ