ຈັດ​ພິ​ທີ​ມອບ​ລາງວັນ​ການ​ແຂ່ງ​ຂັນ "ວັດ​ທະ​ນະ​ທຳ​ຈີນ​ກັບ​ຂ້ອຍ" ຢູ່​ສິງ​ກະ​ໂປ
2018-01-08 16:03:33  cri 
ພິ​ທີ​ມອບ​ລາງວັນ​ກາ​ນ​ແຂ່ງ​ຂັນ "ວັດ​ທະ​ນະ​ທຳ​ຈີນ​ກັບ​ຂ້ອຍ" ທີ່​ສູນ​ວັດ​ທະ​ນະ​ທຳ​ຈີນ​ສິງ​ກະ​ໂປ​ເປັນ​ເຈົ້າ​ພາບ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 7 ມັງ​ກອນ​ນີ້, ຜູ້​ຊົມ​ຫຼາຍ​ຮ້ອຍ​ຄົນ​ໄປ​ຊົມ​ບົດ​ປະ​ພັນ​ທີ່ໄດ້​ຮັບ​ລາງວັນ, ເພື່ອ​ຮັບ​ຟັງ​ຜູ້​ໄດ້​ຮັບ​ລາງວັນ​ແບ່ງ​ປັນ​ເລື່ອງ​ຂອງ​ຕົນ​ທີ່​ໄດ້​ສຳ​ພັດ​ກັບ​ວັດ​ທະ​ນະ​ທຳ​ ​ຈີນ.

ເພື່ອ​ສະ​ເຫຼີມ​ສະ​ຫຼອງ​ສູນ​ວັດ​ທະ​ນະ​ທຳ​ຈີນຢູ່​ສິງ​ກະ​ໂປ​ສ້າງ​ຕັ້ງ​ຂຶ້ນ​ຄົບ​ຮອບ 2 ປີ, ສູນ​ດັ່ງ​ກ່າວ​ໄດ້​ຈັດ​ການ​ປະ​ກວດ "​ບົດເລື່ອງ​ກ່ຽວ​ກັບ​​ວັດ​ທະ​ນະ​ທຳ​ຈີນກັບ​ຂ້ອຍ" ແລະ​ການ​​ປະ​ກວດຮູບ​ຖ່າຍ "​ການ​ນັດ​ກັນ​ລະ​ຫວ່າງ​ຂ້ອຍ​ກັບ​ວັດ​ທະ​ນ​ະ​ທຳ​ຈີນ". ໂດຍ​ຜ່ານ​ການ​ປ່ອນ​ບັດ​ທາງ​ອິນ​ເຕີ​ເນັດ​ແລະ​ການ​ຕັດ​ສິນ​ຂອງ​ຄະ​ນະ​ກຳ​ມະ​ການ​, ໄດ້​ເລືອກເອົາ​ລາງວັນ​ຄຳ 1 ຄົນ, ລາງວັນ​ເງິນ 2 ຄົນ​ແລະ​ລາງວັນ​ທອງ 3 ຄົນ​ແລະ​ລາງວັນ​ອື່ນໆ​ຫຼາຍ​ຄົນ, ຜູ້​ໄດ້​ຮັບ​ລາງວັນ​ມາ​ຈາກ​ສິງ​ກະ​ໂປ, ມາ​ເລ​ເຊຍ, ຝ​ຣັ່ງ, ຈີນ​ແລະ​ອື່ນໆ.

ໂອ​ກາດ​ນີ້, ທ່ານ​ເບຢຳ​ເຄງ, ຮອງ​ລັດ​ຖະ​ມົນ​ຕີກະ​ຊວງວັດ​ທະ​ນະ​ທຳ, ເຂດ​ຊຸມ​ຊົນ​ແລະ​ຊາວ​ໜຸ່ມ​ສິງ​ກະ​ໂປ, ທ່ານ​ຝັງ​ຊິນ​ເວີນ ​ອຸບ​ປະ​ທູດ​ຊົ່ວ​ຄາວ​ຂອງ​ສະ​ຖານ​ທູດ​ຈີນ​ປະ​ຈຳ​ສິງ​ກະ​ໂປ​ໄດ້​ມອບ​ລາງວັນ​ໃຫ້​ແກ່​ຜູ້​ໄດ້​ຮັບ​ລາ​ງວັນ​ທັງ​ໝົດ​ໃນ​ຄັ້ງ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ