ໂຄ​ສົກກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ຕອບ​ຄຳ​ຖາມ​ກ່ຽວ​ກັບ​ເຫດ​ການ​ເຮືອ​ຕຳ​ກັນ​ທີ່​ເກີດ​ຂຶ້ນ​ຢູ່​ເຂດ​ທະ​ເລ​ຕາ​ເວັນ​ອອກ
2018-01-08 16:06:10  cri 
ວັນ​ທີ 7 ມັງ​ກອນ​ນີ້​ໃນ​ເວ​ລາ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ເຫດ​ການ​ເຮືອ​ຕຳ​ກັນ​ທີ່​ເກີດ​ຂຶ້ນ​ຢູ່​ເຂດ​ທະ​ເລ​ຕາ​ເວັນ​ອອກ​ຂອງ​ຈີນ, ທ່ານ​ເກິງ​ສວງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ, ລັດ​ຖະ​ບານ​ຈີນ​ເອົາ​ໃຈ​ໃສ່​ຢ່າງ​ສູງ​ຕໍ່​ເລື່ອງ​ນີ້, ແລະໄດ້​​ສົ່ງ​ເຮືອ​ກູ້​ໄພ​ຫຼາຍ​ລຳ​ໄປ​ບ່ອນ​ເກີດ​ເຫດ​ເພື່ອກອບ​ກູ້​ຊີ​ວິດແລ້ວ.

ທ່ານ​ເກິງສວງ ກ່າວ​ວ່າ, ຕອນ​ຄ່ຳ​ວັນ​ທີ 6 ມັງ​ກອ​ນ​ນີ້, ເຮືອ​ຂົນ​ສົ່ງ​ນ້ຳ​ມັນ​ລຳ​ໜຶ່ງ​ຂອງ​​ປາ​ນາ​ມາ​ແລະ​ເຮືອ​ຂົນ​ສົ່ງ​ສິນ​ຄ້າ​ລຳ​ໜຶ່ງ​ຂອງ​ຮົງ​ກົງ​ຈີນ​ໄດ້​ຕຳ​ກັນ​ຢູ່​ເຂດ​ທະ​ເລທີ່​ຫ່າງ​ຈາກ​ປາກ​ແມ່​ນ້ຳ​ຢາງ​​ຊີກຽງ​​ໄປ​ທາງ​ຕາ​ເວັນ​ອອກ​ປະ​ມານ 160 ກິ​ໂລ​ແມັດ, ສົ່ງ​ຜົນ​ເຮັດ​ໃຫ້​ເຮືອ​ຂົນ​ສົ່ງ​ນ້ຳ​ມັນ​ເກີດ​ໄຟ​ໄໝ້​ແລະ​ເຮືອ​ຂົນ​ສົ່ງ​ສິນ​ຄ້າ​ຖືກ​ທຳ​ລາຍ.

ທ່ານ​ເກິງສວງ ກ່າວ​ວ່າ, ລັດ​ຖະ​ບານ​ຈີນ​ເອົາ​ໃຈ​ໃສ່​ຢ່າງ​ສູງ​ຕໍ່​ເຫດ​ການ​ດັ່ງ​ກ່າວ, ໄດ້​ສົ່ງ​ເຮືອ​ກູ້​ໄ​ພ​ຫຼາຍ​ລຳ​ໄປ​ຊ່ວຍກອບ​ກູ້​ຢູ່​ບ່ອນ​ເກີດ​ເຫດ, ປັດ​ຈຸ​ບັນ​ໄດ້​ກອບ​ກູ້​ຊີ​ວິດ​ຂອງ​ລູກ​ເຮືອ​ຫຼາຍ​ຄົນ, ແຕ່​ຍັງ​ມີ​ລູກ​ເຮືອ​ຈຳ​ນວນ​ໜຶ່ງ​ຫາຍ​ສາບ​ສູນ. ຂະ​ນະ​ດຽວ​ກັນ​ຈີນ​ກໍ​ໄດ້​​ສົ່ງ​ເຮືອ​ກຳ​ຈັດ​ຄາບນ້ຳ​ມັນ​ໄປ​ບ່ອນ​ເກີດ​ເຫດ​ແລ້ວ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ເກີດ​ໄພ​ຕາມ​ມາ. ປັດ​ຈຸ​ບັນ​ສາ​ເຫດ​ທີ່​ພາ​ໃຫ້​ເກີດ​ອຸບ​ບັດ​ເຫດ​ດັ່ງ​ກ່າວ​ເຈົ້າ​ໜ້າ​ທີ່​ພວມ​ສືບ​ສວນ​ຢູ່.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ