ມຽນ​ມາເກີດ​ອຸບັດ​ເຫດ​ກອງ​ເສດ​​ແຮ່​ເຈື່ອນ​​ສົ່ງ​ຜົນ​ເຮັດ​ໃຫ້ 6 ຄົນ​ເສຍ​ຊີ​ວິດ
2018-01-08 16:24:15  cri 
ລັດ​ຖະ​ບານ​ມຽນ​ມາ​ເປີດ​ເຜີຍ​ໃນ​ວັນ​ທີ 5 ມັງ​ກອນ​ນີ້​ວ່າ, ຕອນ​ບ່າ​ຍ​ວັນ​ທີ 4 ມັງ​ກອນ​ນີ້, ກອງ​ເສດ​ແຮ່ກອງ​ໜຶ່ງ​ຢູ່​ເມືອງ​ພາກັນ​ລັດຄະ​ຊິນ​ພາກ​ເໜືອ​ປະ​ເທດ​ມຽນ​ມາໄດ້​ເກີດ​ອຸບັດເຫດ​ເຈື່ອນ, ສົ່ງ​ຜົນ​ເຮັດ​ໃຫ້​​ມີ​ຜູ້ເສຍ​ຊີ​ວິດ 6 ຄົນ​ແລະ​ບາດ​ເຈັບ 1 ຄົນ.

ຕາມ​ຂ່າວ​ແຈ້ງວ່າ, ຕອນ​ບ່າຍ​ປະ​ມານ 15 ໂມງ 30 ນາ​ທີ​ວັນ​ທີ 4 ມັງ​ກອນ​ນີ້, ກອງ​ເສດ​ແຮ່ກອງ​​ໜຶ່ງຢູ່​ເມືອງ​ພາກັນ​ລັດຄະ​ຊິນເຈື່ອນ, ​ແລະຜູ້​ເສຍ​ຊີ​ວິດ​ລ້ວນ​ແຕ່​ແມ່ນ​ຜູ້​ຊາຍ​ທີ່​ມີ​ອາ​ຍຸ​ລະ​ຫວ່າງ 20 ​ຫາ 40 ປີ, ​ເຊິ່ງແມ່ນ​ປະ​ຊາ​ຊົນ​ມຽນ​ມາ​ທັງໝົດ.

ເມືອງ​ພາ​ກັນ​ແມ່ນ​ເຂດ​ຜະ​ລິດ​ຢົກ​ມໍ​ລະ​ກົດ​ທີ່​ມີ​ຊື່​ສຽງ​ຂອງ​ມຽນ​ມາ, ມີ​ປະ​ຊາ​ຊົນ​ຈາກ​ລັດ​ອື່ນໆໄປ​ຊອກ​ຫາ​ຫີ​ນ​ຢົກ​ຕາມກອງ​ເສດ​ແຮ່​ຕ່າງໆແລະ​ຂາຍ​ໃຫ້​ພໍ່​ຄ້າ. ລັດ​ຖະ​ບານ​ມຽນ​ມາ​ໄດ້​ຫ້າມ​ການ​ກະ​ທຳ​ດັ່ງ​ກ່າວ​ໂດ​ຍ​ລະ​ບຸ​ເປັນ​ການ​ກະ​ທຳ​ຜິດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ