ກອງທັບ​​ຟິລິບ​ປິນຍິງ​ຕໍ່ສູ້​ກັບ​ກຸ່ມປະກອບ​ອາວຸດ​ຕ້ານ​ລັດຖະບານ​ຢູ່​ພາກ​ໃຕ້​ຟິລິບ​ປິນ
2018-01-08 15:06:08  cri 
ວັນ​ທີ 7 ມັງກອນ​ນີ້, ​ເຈົ້າ​ໜ້າ​ທີ່ທະຫານ​ຟິລິບ​ປິນຢືນຢັນ​ວ່າ: ກອງທັບ​ລັດ​ຖະບານ​​ໄດ້​ຍິງ​ຕໍ່ສູ້​ກັບ​ກຸ່ມ​ປະກອບ​ອາວຸດ​ຕ້ານ​ລັດຖະບານ "ນັກຮົບ​ອິດສະຫຼະ​ບັງສະ​ໂມ​ໂຣ ອິດສະ​ລາມ​" ຢູ່​ແຂວງ​ມະ​ກິນ​ດາ​ນາວ​ເນົາ​ພາກ​ໃຕ້​ຟິລິບ​ປິນ​ໃນ​ຕອນ​ບ່າຍ​ວັນ​ທີ 6 ມັງກອນ​ນີ້ ສົ່ງ​ຜົນ​ເຮັດ​ໃຫ້ທະຫານ​ລັດຖະບານ 1 ຄົນ ​ແລະກຸ່ມ​ຜູ້​ປະກອບ​ອາວຸດ 9 ຄົນ​ເສຍ​ຊີວິດ​.

ທ່ານ​ອະ​ວິນ ​ເອິນ​ສິນັສ ​ໂຄສົກ​ກອງພົນທະຫານ​ຮາບທີ 6 ຂອງກອງທັບ​ບົກ​ຟິລິບ​ປິນກ່າວ​ວ່າ: ​ໃນ​ເວລາ 19 ​ໂມງ​ວັນ​ທີ 6 ມັງກອນ​ນີ້, ກອງທັບ​ລັດຖະບານ​ໄດ້​ຍິງ​ຕໍ່ສູ້​ກັບກຸ່ມ​ປະກອບ​ອາວຸດ​ຕ້ານ​ລັດຖະບານ "ນັກຮົບອິດສະຫຼະ​ບັງສະ​ໂມ​ໂຣ ອິດສະ​ລາມ​" ປະມານ 50 ຄົນ ທີ່​ຢາກ​ຫຼອນ​ໂຈມ​ຕີ​ຄ້າຍ​ທະຫານ​ລັດຖະບານ​ຢູ່​ບ້ານ​ແຫ່ງ​ໜຶ່ງ​​ຫ່າ​ງ​ໄກ​ສອກຫຼີກ​ແຂວງ​ມະກິນດາ​ນາວ.

ທ່ານ​ກ່າວ​ຕື່ມ​ວ່າ: ການ​ຍິງ​ຕໍ່ສູ້​ກັນ​ແກ່ຍາວ​ເຖິງ​ກາງຄືນ ​ເຊິ່ງ​ໄດ້​ເຮັດ​ໃຫ້ກຸ່ມ​ປະ​ກອບ​ອາວຸດ 9 ຄົນ​ເສຍ​ຊີວິດ, ສ່ວນ​ເຫຼືອ​ນັ້ນ​ໄດ້​ຫຼົບໜີ ​ແລະທະຫານ​ລັດຖະບານ​ເສຍ​ຊີວິດ 1 ຄົນ, ​ຖືກ​ບາດ​ເຈັບ 1 ຄົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ