ຕົກລົງ​ລາຍ​ຊື່ຄະນະ​ຜູ້​ແທນ ​ສ ​ເກົາຫຼີ ​ແລະ​ ສປປ ​ເກົາຫຼີ​ທີ່​ຈະເຂົ້າ​ຮ່ວມ​​ເຈລະຈາ​ລະດັບ​ສູງ
2018-01-08 15:38:17  cri 
ວັນ​ທີ 7 ມັງກອນ​ນີ້, ກະຊວງ​ທ້ອນ​ໂຮມ​ປະ​ເທດ​ເປັນເອກະ​ພາບ ​ສ ​ເກົາ​ຫຼີລາຍ​ງານ​ວ່າ: ມື້​ດຽວ​ກັນ, ສປປ ​ເກົາຫຼີ​ສະ​ເໜີ​ລາຍ​ຊື່ສະມາຊິກ​ຄະນະ​ຜູ້​ແທນ​ທີ່​ຈະ​ເຂົ້າ​ຮ່ວມ​​ເຈລະຈາ​ລະດັບ​ສູງ ​ສ ​ເກົາຫຼີ-ສປປ ​ເກົາຫຼີ ​ແລະ​​ໃນ​ມື້ຜ່ານ​ມາ​ນີ້, ລັດຖະບານ​ ສ ​ເກົາຫຼີ​ກໍ​ໄດ້​ແຈ້ງ​ລາຍ​ຊື່ຄະນະ​ຜູ້​ແທນຂອງ​ຕົນ​ເຊັ່ນ​ດຽວກັນ.

ວັນ​ທີ 2 ມັງກອນ​ນີ້, ລັດຖະບານ​ ສ ​ເກົາຫຼີ​ສະ​ເໜີ​ ສປປ ​ເກົາຫຼີ​ຈັດການ​ເຈລະຈາ​ລະດັບ​ສູງ​ຢູ່​​ເຂດ​ປານ​ມູນ​ຈອມ​ໃນ​ວັນ​ທີ 9 ມັງກອນ​ນີ້, ​ເພື່ອປຶກສາ​ຫາລື​ບັນຫາທີ່ສົນ​ໃຈ​ຮ່ວມ​ກັນ ​ເຊັ່ນ: ຄະນະ​ຜູ້​ແທນ​ ສປປ ​ເກົາຫຼີ​ຈະເຂົ້າ​ຮ່ວມ​ງານ​ໂອ​ແລມປິກ​ລະດູ​ໜາວ​ພຽງ​ຊາງ, ການ​ປັບປຸງ​ສາຍ​ພັວພັນ​ລະຫວ່າງສອງຝ່າຍ ​ແລະ​ອື່ນໆ. ກະຊວງ​ທ້ອນ​ໂຮມ​ປະ​ເທດ​ເປັນເອກະ​ພາບ​ ສ ​ເກົາຫຼີ​ຢືນຢັນ​ໃນ​ວັນ​ທີ 5 ມັງກອນ​ນີ້ວ່າ: ສປປ​​ ​ເກົາຫຼີ​ເຫັນ​ດີ​ຈັດການ​ເຈລະຈາ​ລະດັບ​ສູງ​ຢູ່​ "​ເຮືອນ​ສັນຕິພາບ" ​ໃນ​ເຂດ​ປານ​ມູນ​ຈອມ​ເບື້ອງ ​ສ ​ເກົາຫຼີ​ໃນ​ວັນ​ທີ 9 ມັງກອນ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ