ຈີນ​ຈະ​ປະຕິບັດ​ລະບຽບ​ການ​ຄຸ້ມ​ຄອງໜອງ​ນ້ຳ​ຮອບດ້ານ
2018-01-08 16:09:52  cri 
ວັນ​ທີ 5 ມັງກອນ​ນີ້, ທ່ານ​ໂຈ່​ວ​​ເຊ​ເວິນ ຮອງ​ລັດຖະມົນຕີ​ກະຊວງ​ຊົນລະປະທານ​ຈີນ​ກ່າວ​ວ່າ: ຈະປະຕິບັດລະບຽບສອບ​ຖາມ​ເຖິງ​ຄວາມ​ຮັບຜິດຊອບ​ຕໍ່​ຜູ້ກ່ຽວ​ຕະຫຼອດ​ຊີວິດ​ໃນ​ກໍລະ​ນີທຳລາຍລະບົບ​ນິ​ເວດ​ໜອງ​ນ້ຳ ​ແລະ​ຈະ​ປະຕິບັດ​ຢ່າງ​ເຂັ້ມ​ງວດ. ທັງ​ນີ້, ​ເພື່ອ​ເພີ່ມ​ທະວີ​ການຄຸ້ມ​ຄອງ​ ​ແລະ​ອະນຸລັກຮັກສາ​ໜອງ​ນ້ຳ​. ເມື່ອ​ບໍ່​ດົນ​ມາ​ນີ້, ລັດຖະບານ​ຈີນໄດ້​ອອກ​​ແຈ້ງ​ການ​ຮຽກຮ້ອງ​ສ້າງ​ລະບຽບ​ຫົວໜ້າ​ໜ່ວຍ​ງານ​ຮັບຜິ​ດຊອບໜອງ​ນ້ຳ​ຮອບດ້ານ​ໃນ​ທົ່ວ​ປະ​ເທດກ່ອນ​ທ້າຍ​ປີນີ້ ທີ່​​ແບ່ງ​ອອກ​ເປັນ 4 ຂັ້ນ​​ ຄື ແຂວງ, ​ເມືອງ, ຕາ​ແສງ ​ແລະ​ບ້ານ, ​ໂດຍ​ໃຫ້​ຜູ້​ຮັບ​ຜິດ​ຊອບ​ວຽກ​ງານ​ພັກ ​ແລະ​ການ​ບໍລິຫານ​ຂອງ​ແຕ່ລະ​ຂັ້ນດຳລົງ​ຕຳ​ແໜ່​ງຫົວໜ້າຄຸ້ມ​ຄອງ​ໜອງ​ນ້ຳ ​ ​ເພື່ອ​ສ້າງ​ລະບົບທີ່​ຖື​ເອົາລະບຽບ​ຄວາມ​ຮັບຜິດຊອບ​ຂອງຫົວໜ້າ​ພັກ ​ແລະ​ຫົວໜ້າ​ຝ່າຍ​ບໍລິຫານເປັນ​ໃຈກາງນັ້ນ​ໃຫ້​ສົມ​ບູນ.

​ຕາມ​ການ​ແຈ້ງ​ການດັ່ງກ່າວ​ຊີ້​ໃຫ້​ເຫັນ​ໜ້າ​ທີ່​ຕົ້ນຕໍ​​​ຂອງ​ການ​ຈັດ​ຕັ້ງ​ປະຕິບັດ​ລະບຽບ​ຫົວໜ້າ​ການ​ຄຸ້ມ​ຄອງ​ໜອງ​ນ້ຳ ​ເຊິ່ງກວມ​ເອົາ​ການ​ຄວບຄຸມ​​ເຂດ​ນ້ຳ​ຢ່າງ​ເຂັ້ມ​ງວດ, ​ເພີ່ມທະວີ​ການ​ຮັກສາຄຸ້ມ​ຄອງ​ແຄມຝັ່ງໜອງ​ນ້ຳ ​ແລະ​ອື່ນໆ.

ຕາມ​ຄວາມ​ຮຽກຮ້ອງ​ຕ້ອງການທີ່​ລະບຸ​ໃນ​ແຈ້ງການ​ດັ່ງກ່າວ, ອົງການ​ທີ່​ກ່ຽວຂ້ອງ​ໃນ​ເຂດ​ຕ່າງໆ​ຄວນ​ເພີ່ມ​ທະວີ​ການ​ຊີ້​ນຳ​​ແບ່ງປະ​​ເພດ, ປັບ​ປຸງ​ການ​ຕິດຕາມ​ກວດກາ, ສອບ​ຖາມຄວາມ​ຮັບຜິດຊອບ​ຢ່າງ​ເຂັ້ມ​ງວດ ​ແລະ​ປະຕິບັດ​ລະບຽບຄົ້ນ​ຫາ​ຄວາມ​ຮັບຜິດຊອບ​ຕໍ່​ຜູ້ກ່ຽວ​ຕະຫຼອດ​ຊີວິດ​ໃນ​ກໍລະນີ​ທີ່​ທຳລາຍ​ລະບົບ​ນິ​ເວດ​ໜອງ​ນ້ຳ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ