ປະ​ລິ​ມານ​ໜ້າ​ວຽກ​ການ​ສົ່ງ​​ເມດ່ວນ​ຂອງ​ຈີນ​ໄດ້​ເປັນ​ອັນ​ດັບ​ໜຶ່ງ​ຂອງ​ໂລກ​ 3 ປີ​ລຽນ​ຕິດ
2018-01-08 14:12:45  cri 
ກອງ​ປະ​ຊຸມ​ສຸດຍອດ​​ການອົບ​ຮົມ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ຂັ້ນ​ສູງ ແລະ ການ​ພັດ​ທະ​ນາ​ຂະ​ແໜງ​ການ​ຢ່າງ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ​ຂະ​ແໜງ​ການ​ໄປ​ສະ​ນີ​ ແລະ ການ​ບໍ​ລິ​ການ​ສົ່ງ​​ເມດ່ວນ​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ​ປະ​ເທດ​ຈີນ​ໃນ​ວັນ​ທີ 7 ມັງ​ກອນ​ນີ້.

ໃນ 5 ປີ​ຜ່ານ​ມາ​ນີ້, ​ປະ​ລິ​ມານ​ໜ້າ​ວຽກ ແລະ ລາຍ​ຮັບ​ຂອງ​ຂະ​ແໜງ​ການ​ໄປ​ສະ​ນີ​ຂອງ​ຈີນ​​ໄດ້​ເພີ່ມ​ຂຶ້ນ 3,6 ເທົ່າ ແລະ 2,7 ເທົ່າ​ຕາມ​ລຳ​ດັບ, ໃນ​ນັ້ນ, ປະ​ລິ​ມານ​ໜ້າ​ວຽກການ​ບໍ​ລິ​ການ​ສົ່ງ​ເມ​ດ່ວນ​ຂອງ​ຈີນ​ໄດ້​ເປັນ​ອັນ​ດັບ​ໜຶ່ງ​ຂອງ​ໂລກ​ 3 ປີ​ລຽນ​ຕິດ ແລະ ໄດ້​ປະ​ກອບ​ສ່ວນ 40% ຕໍ່​ການ​ເຕີບ​ໂຕ​ຂອງ​ຂະ​ແໜງ​ການ​ສົ່ງ​ເມ​ດ່ວນ​ຂອງ​ໂລກ. ມາ​ຮ​ອດ​ປັດ​ຈຸ​ບັນ, ວິ​ສາ​ຫະ​ກິດ​ສົ່​ງ​ເມ​ດ່ວນ​ທີ່​ລົງ​ທະ​ບຽນ​ຂອງ​ຈີນ​ມີ​ເຖິງ 2 ໝື່ນ 2 ພັນ​ກວ່າ​ແຫ່ງ, ສະ​ເລ່ຍ​ແລ້ວ​ມື້​​ໜຶ່ງ​ສາ​ມາດ​ສົ່ງ​ເຄື່ອງ​ໄດ້ 100 ລ້ານ​ອັນ ແລະ ສົ່ງ​ໃຫ້​ເຖິງ​ລູກ​ຄ້າ​ພາຍ​ໃນ 3 ວັນ​ເທົ່າ​ນັ້ນ.

ໃນ​ຂະ​ບວນ​ການ​ພັດ​ທະ​ນາ​ແບບ​ກ້າວ​ກະ​ໂດດ, ​ເຕັກ​ນິກ​ກ້າວ​ໜ້າ​ຕ່າງໆ ເຊັ່ນ: ​ຖານຂໍ້​ມູນ​ໃຫຍ່, ຮຸ່ນ​ຍົນ​ອັດ​ສະ​ລິ​ຍະ, IOT ແລະ ​ຄຳ​ນວນ​ແບບ​ຄ​ລາວ ໄດ້​ຖືກ​ນຳ​ໃຊ້​ຢ່າງກວ້າງ​ຂວາງ. ຂະ​ນະ​ດຽວ​ກັນ, ຫຼາຍ​ວິ​ສາ​ຫະ​ກິດ​ສົ່ງ​ເມ​ດ່ວນ​ຍັງ​ໄດ້​ເພີ່ມ​ການ​ລົງ​ທຶນ​​ເຂົ້າ​ໃນ​ການ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ ເພື່ອ​ຍົກ​ລະ​ດັບການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ຂອງ​ບໍ​ລິ​ສັດ​ໃຫ້​ສູງ​ຂຶ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ