ຜູ້​ຊ່ຽວ​ຊານ​ອາ​ເມ​ລິ​ກາ​ເຫັນ​ວ່າ​ເສດ​ຖະ​ກິດ​ຈີນ​ເປັນ​ແບບ​ຢ່າງ​ໃນ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ
2018-01-08 16:19:07  cri 
    ຫວ່າງມໍ່ໆ​ມານີ້, ທ່ານ ວິນ​ລຽມ ຄາ​ໂຣ ອະ​ທິ​ການ​ບໍ​ດີ​ກິ​ຕິ​ມະ​ສັກ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ເບ​ເນ​ດິກ​ທິນ​ອາ​ເມ​ລິ​ກາ ກ່າວວ​ວ່າ, ຄວາມ​ພະ​ຍາ​ຍາມ​ຂອງ​ຈີນ​ເພື່ອ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ແບບ​ຍືນ​ຍົງ​ນັ້ນ ສຳ​ຄັນ​ທີ່​ສຸດ ແລະ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ແບບ​ຍືນ​ຍົງ​ຂອງ​ຈີນ ໄດ້​ເປັນ​ແບບ​ຢ່າງ​ໃຫ້​ແກ່​ປະ​ເທດ​ອື່ນໆ.

    ທ່ານ ຄາ​ໂຣ ກ່າວ​ວ່າ, ຫວ່າງມໍ່​ໆ​ນີ້, ຈັງ​ຫວະ​​ການເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ຈີນ ໄດ້​ຊ້າ​ລົງ​ໜ້ອຍ​ໜຶ່ງ ເຊິ່ງ​ເປັນ​ການ​ຈົ່ງ​ເວ​ລາ​ເພື່ອ​ຮັບ​ປະ​ກັນ​ໃຫ້​ເສດ​ຖະ​ກິດ​ເຕີບ​ໂຕ​ຢ່າງ​ບໍ່​ຢຸດຢັ້ງ ແລະ​ເນັ້ນ​ການ​ພັດ​ທະ​ນາ​ໃຫ້​ມີ​ຄຸນ​ນະ​ພາບ​ສູງ.

    ທ່ານ ຄາ​ໂຣ​ເນັ້ນ​ວ່າ, ຈີນ​ໄດ້​ວາງ​ເປົ້າ​ໝາຍ​ຢ່າງ​ຈະ​ແຈ້ງ​ແລ້ວ​ຄື: ທັງ​ປ້ອ​ງ​ກັນ​ຄວາມ​ສ່ຽງ​ທີ່​ໃຫຍ່ຫຼວງ ໂດຍ​ສະ​ເພາະ​ແມ່ນ​ຄວາມ​ສ່ຽງ​ດ້ານ​ການ​ທະ​ນາ​ຄານ ທັງ​ຈະຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ ແລະ ແກ້​ໄຂ​ມົນ​ລະ​ພິດ, ການ​ທີ່​ຈີນ​ໄດ້​ຮັບ​ຜົນ​ສຳ​ເລັດ​ໃນ​ຂົງ​ເຂດ​ເຫຼົ່າ​ນີ້ ຈະ​ເປັນ​ຂໍ້​ຄິດ​ທີ່​ສຳ​ຄັນ​ໃຫ້​ແກ່​ປະ​ເທດ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ