ມະ​ເລ​ເຊຍ​ຈະ​ບໍ່​ປະ​ນີ​ປະ​ນອມ​ຕໍ່​ລັດ​ທິກໍ່​ການ​ຮ້າຍ​ຈົນ​ເທົ່າ​ໃດໆ
2018-01-08 16:21:20  cri 
    ທ່ານ ນາ​ຈິບ ຕຸນ ຣາ​ຊັກ ນາ​ຍົກ​ລັດ​ຖະ​ມົນ​ຕີ​ມະ​ເລ​ເຊຍ ກ່າວ​ຢູ່​ນະ​ຄອນຫຼວງ​ກົວ​ລາ​ລຳ​ເປີ​ໃນ​ວັນ​ທີ 6 ມັງ​ກອນນີ້​ວ່າ, ລັດ​ຖະ​ບານ​ຕົນ​ຈະ​ບໍ່​ປະ​ນີ​ປະ​ນອມ​ຕໍ່​ລັດ​ທິກໍ່​ການ​ຮ້າຍ​ຈົນ​ເທົ່າ​ໃດໆ.

    ທ່ານ ນາ​ຈິບ ໄດ້​ເຂົ້າ​ຮ່ວມ​ພິ​ທີ​ປິດກອງ​ປະ​ຊຸມ​ສົນ​ທະ​ນາ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ສາ​ກົນ​ໃນ​ມື້​ດັ່ງ​ກ່າວ ແລະ​ກ່າວ​ປາ​ໄສ​ວ່າ, ເຖິງວ່າ​ກຸ່ມ​ຫົວ​ຮຸນ​ແຮງ IS ໄດ້​ຖືກ​ໂຈມ​ຕີ​ຈົນ​ປະ​ສົບ​ຄວາມ​ເສຍ​ຫາຍ​ຢ່າງ​ໜັກ​ໜ່ວງ​ກໍ​ຕາມ, ແຕ່​ກຸ່ມ​ດັ່ງ​ກ່າວ ຍັງ​ເປັນໄພ​ຂົ່ມ​ຂູ່​ຕໍ່​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້ ແລະ ມະ​ເລ​ເຊຍ ຢ່າງ​ໜັກ​ໜ່ວງ. ປະ​ເທດ​ຕົນ​ຕ້ອງ​ກະ​ກຽມ​ຢ່າງ​ເຕັມ​ສ່ວນ ແລະ​ມີ​ສະ​ຕິ​ລະ​ວັງ​ຕົວ​ໃນ​ລະ​ດັບ​ສູງ​ຕໍ່​ລັດ​ທິກໍ່​ການ​ຮ້າຍ, ພ້ອມ​ກັນ​ນັ້ນ, ຕ້ອງ​ຮັບ​ປະ​ກັນ​ໃຫ້​ມີ​ກຳ​ລັງ​ຕຳຫຼວດ​ຢ່າງ​ພຽງ​ພໍ​ເພື່ອ​ຮັບ​ມື​ກັບ​ເຫດ​ການ​ລັດ​ທິກໍ່​ການ​ຮ້າຍ​ທຸກ​ຮູບ​ແບບ​ທີ່​ອາດ​ຈະ​ເກີດ​ຂຶ້ນ.

    ທ່ານ​ຍັງ​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ຜູ້​ນຳ​​ມຸ​ສ​ລິມທົ່ວໂລກ ຈົ່ງ​​ພ້ອມ​ກັນວາງ​ແຜນ​ການ​ສະ​ບັບ​ໜຶ່ງ ເພື່ອ​ໂຄ​ສະ​ນາ​ທັດ​ສະ​ນະ​ສາ​ສະ​ໜາ​ທີ່​ເປັນ​ກາງ​ໃຫ້​ຊາວ​ມຸ​ສ​ລິມ​ໃນ​ທົ່ວ​ໂລກ. ທ່ານ​ຍັງ​ຫວັງ​ວ່າ, ນັກ​ວິ​ຊາ​ການ​ແລະ​ອົງ​ການ​ສາ​ສະ​ໜາ​ຈະ​ໃຊ້​ການ​ເຄື່ອນ​ໄຫວ​ຕ່າງໆ ເພື່ອ​ປາບ​ປາມ​ແນວ​ຄິດ​ສາ​ສະ​ໜາ​ແບບ​ຮຸນ​ແຮງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ